蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຮອບ​ທຳ​ອິ​ດ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ສຸມ​ໃສ່​ການ​ຄ້າ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້ແລະການ​ຄ້າ​ດີ​ຈີ​ຕອນ

2019-04-17 15:39:54 CRI

ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຮອບ​ທຳ​ອິດ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ 2 ວັນ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 16 ເມ​ສາ​ນີ້, ສອງ​ຝ່າຍ​ໄດ້​ເຈ​ລະ​ຈາກັນ​ກ່ຽວ​ກັບ​ການ​ຄ້າ​ສິ​ນ​ຄ້າ​​ປະ​ເພດ​ຈັບ​ຕ້ອງ​ໄດ້ແລະການ​ຄ້າ​ດີ​ຈີ​ຕອນ ແລະ ບັນ​ຫາ​ອື່ນໆ.

ຫ້ອງ​ການ​ກະ​ຊວງການ​ຄ້າ​ອາ​ເມ​ຣິ​ກາ​ອອກ​ຖະ​ແຫຼງ​ການ​ໃນ​ມື້​ດຽວ​ກັນ​ວ່າ, ສອງ​ປະ​ເທດ​ໄດ້​ເຈ​ລະ​ຈາ​ກັນ​ກ່ຽວ​ກັບ​ການ​ຄ້າ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້ ເຊິ່ງ​ລວມ​ທັງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ຂະ​ນະ​ດຽວ​ກັນ, ຍັງ​ໄດ້​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ກຳ​ນົດມາດ​ຕະ​ຖານ​ສູງ​ໃນ​ຂົງ​ເຂດ​ການ​ຄ້າ​ດີ​ຈີ​ຕອນ.

ພາຍຫຼັງ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​​ເປັນປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ແລ້ວ, ທ່ານ​ໂດ​ໂນ ທ​ຣຳ ໄດ້​ຮຽກ​ຮ້ອງ​ໃຫ້​​ມີການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ຍີ່​ປຸ່ນ ເພື່ອຫຼຸດ​​ການ​ຂາດ​ດຸນ​ການ​ຄ້າ​ຂອງ​ອາ​ເມ​ຣິ​ກາ​ໃຫ້​ໜ້ອຍ​ລົງ. ແຕ່​ຍີ່​ປຸ່ນ​ເຫັນວ່າ, ອາ​ເມ​ຣິ​ກາຄວນ​ກັບ​ຄືນ​ສູ່​ສັນ​ຍາ​​ຄູ່​ຮ່ວມ​ຂ້າມ​​ປາ​ຊີ​ຟິກ ຫຼື TPP ຄືນ​ໃໝ່ ຈິ່ງ​ແມ່ນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ສອງ​ປະ​ເທດ.

ຄຳ​ເຫັນ

0