覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເກີດ​ເຫດ​ເຮືອ​ຫຼົ້ມຢູ່​ມຽນ​ມາ ເສຍ​ຊີ​ວິດ 11 ຄົນ

2019-04-17 15:22:52 cri

ເຈົ້າ​ໜ້າ​ທີ່​ດັບ​ເພີງ​ມຽນ​ມາ​ໃຫ້​ຮູ້​ໃນ​ວັນ​ທີ 16 ເມ​ສາ​ນີ້​ວ່າ: ແຂວງສະ​ກາຍ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ປະ​ເທດ​ຕົນ​ໄດ້​ເກີດ​ອຸ​ບັດ​ເຫດ​ເຮືອຫຼົ້ມ​ໃນ​ວັນ​ທີ 15 ເມ​ສາ​ນີ້ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 11 ຄົນ, ຍັງ​ອີກຫຼາຍ​ຄົນ​ຫາຍ​ສາບ​ສູນ.
 

 ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ຢືນ​ຢັນ​ວ່າ: ເຮືອ​ລຳ​ດັ່ງ​ກ່າວ​ໄດ້​​ອອກເດີນ​ທາງ​ໄປ​ແຂວງ​​ສະ​ກາຍ​ເພື່ອ​ຮ່ວມ​ກິດ​ຈະ​ກຳ​ສະຫຼອງ​ບຸນ​ຫົດ​ນ້ຳ, ​ມີ 40 ກວ່າ​ຄົນຢູ່​ໃນ​ເຮືອ​ລຳ​ດັ່ງ​ກ່າວ​ແລະ ຖື​ວ່າ​ເປັນ​ການ​ເກີນ​ນ້ຳ​ໜັກ​ຫຼາຍ.
 

 ຂ່າວ​ແຈ້ງວ່າ: ຫຼັງ​ອຸ​ບັດ​ເຫດ​ເກີດ​ຂຶ້ນ​ແລ້ວ, ມີ 36 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ໃນ​ນີ້ ສອງ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​​ແລະ​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ແຕ່​​ໄດ້ເສຍ​ຊີ​ວິດ​ຍ້ອນ​ບໍ່​ສາ​ມາດ​ກູ້​​ຊີ​ວິດ​ໄດ້. ມາ​ເຖິງວັນ​ທີ 16 ເມ​ສາ​ນີ້, ເຈົ້າ​ໜ້າ​ທີ່​ກູ້​ໄພ​ສາ​ມາດ​ຄົ້ນ​ພົບສົບ​ຜູ້​ເສຍ​ຊີ​ວິດ 9 ສົບ, ແລະ​ກຳ​ລັງ​ສືບ​ຕໍ່​ຄົ້ນ​ຫາ​ຜູ້​ຫາຍ​ສາບ​ສູນ​ຢູ່.

ຄຳ​ເຫັນ

0