吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂຈ​ໂຄ ​ວິໂດ​ໂດ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​

2019-04-18 17:44:26 cri

ຕອນ​ບ່າຍຫາ​ຕອນ​ຄ່ຳ​ວັນ​ທີ 17 ​ເມສາ​ນີ້, ອົງການຢັ່ງ​ຫາງ​ສຽງປະຊາ​ຊົນ​ທີ່​ມີ​ອິດ​ທິພົນ​ໃນ​ອິນ​ໂດ​ເນ​ເຊຍ 6 ​ແຫ່ງ​ໄດ້​ເປີດ​ເຜີຍຜົນ​ການ​ເລື່ອ​ກຕັ້ງ​ທົ່ວ​ໄປ​​ປີ 2019 ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ທ່ານ​ໂຈ​ໂຄ ​ວິ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​​ ພ້ອມ​ດ້ວຍຄູ່​ຮ່ວມ​ແຂ່ງຂັນໄດ້​ຊະນະ​ທ່ານພຣາ​ໂບ​ໂວ ສຸ​ບີ​ອານ​ໂນ ພ້ອມ​ດ້ວຍ​ຄູ່​ຮ່ວມ​ແຂ່ງຂັນ 10% ຄະ​ແນນ ​ແລະ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນປະທານາທິບໍດີ ​ແລະ​ຮອງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຕິດ​ຕໍ່​ກັນ.

ຜົນ​ດັ່ງກ່າວ​ບໍ່​ແມ່ນຜົນ​ຢ່າງ​ເປັນ​ທາງ​ການ, ຄະນະ​ກຳມະການ​ການ​ເລື່ອ​ກຕັ້ງ​ອິນ​ໂດ​ເນ​ເຊຍ​ຈະ​ເປີດ​ເຜີຍ​ຜົນ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ເມສາ ຫຼື ຕົ້ນ​ເດືອນ​ພຶດສະພາໜ້ານີ້.

ການ​ເລື່ອ​ກຕັ້ງທົ່ວ​ໄປ​ຄັ້ງນີ້​ເປັນ​ການ​ແຂ່ງຂັນ​​ຄັ້ງ​ທີ​ສອງ​ລ​ະຫວ່າງ​ທ່ານ​ໂຈ​ໂຄ ​ແລະ​ທ່ານພຣາ​ໂບ​ໂວ, ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ຈະ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ອິ​ນ​ໂດ​ເນ​ເຊຍ​ຊຸດ​ໃໝ່​ໃນ​ເດືອນ​ຕຸລາ​ປີ​ນີ້ຈົນ​ຮອດ​ປີ 2024.

ຄຳ​ເຫັນ

0