李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳຫຼວດ​ແຂວງ​ຟູ​ຈ້ຽນ​ຈັບ​ຕົວ​ກຸ່ມ​ຕົ້ມຕົວະຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ໄດ້ 31 ຄົນ​ຢູ່​ມຽນ​ມາ

2019-04-18 16:11:40 cri

    ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ​ອ່ານ​ຊີ່​ແຂວງ​ຟູ​ຈ້ຽນຈີນ​ແຈ້ງ​ໃຫ້​ຊາບ​ວ່າ: ໂດຍ​ມີ​ການ​ປະ​ສານ​ສົ​ມ​ທົບ​ກັນ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແຂວງ​ຢູນ​ນານ​ແລະ​ປະ​ເທດມຽນ​ມາ, ຫວ່າງມໍ່​ໆ​ມານີ້, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ​ອ່ານ​ຊີ່​ໄດ້​ເດີນ​ທາງ​ໄປ​ມຽນ​ມາ​ເພື່ອ​​ມ້າງ​ກຸ່ມ​ແກ້ງ​ຕົ້ມຕົວະຫຼອກ​ລວງ​ທາງ​ໂທ​ລະ​ຄົມ 2 ກຸ່ມ ແລະ​ສາ​ມາດ​ຈັບ​ຜູ້​ຕ້ອງ​ຫາ​ໄດ້ 31 ຄົນ ແລະ​ມ້າງ​ຄະ​ດີ 28 ຄະ​ດີ​ໃນ​ເບື້ອງ​ຕົ້ນ.

    ຜ່ານ​ການ​ສືບ​ສວນ​ເບື້ອງ​ຕົ້ນ​ແລ້ວ​ເຫັນ​ວ່າ: 2 ກຸ່ມ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ການ ​ຕົ້ມຕົວະຫຼອກລວງ​​ດ້ວຍການ​ປ່ອຍ​ເງິນ​ກູ້​ໂດຍ​ບໍ່​ຈຳ​ເປັນ​ຄ້ຳ​ປະ​ກັນ​ສິນ​ເຊື່ອ​ແລະ​ຍົກ​ເວັ້ນ​ການ​ມັດ​ຈຳ​ຕໍ່​ກຸ່ມ​ຄົນ​ທີ່​ຕ້ອງ​ການ​ເງິນດ່ວນ​ແຕ່ບໍ່​ໄດ້​ຮັບ​​ເງິນກູ້​ ​, ກຸ່ມ​ກະ​ທຳ​ຜິດ​ເຫຼົ່າ​ນີ້​ໃຊ້​ວິ​ທີສໍ້​ໂກງ​ສັນ​ຍາ ແລະ ​ປອມ​ແປງ​ບັນ​ຊີ​​ທາງ​ທະ​ນາ​ຄານ ເພື່ອຕົ້ມ​ຕົວະຫຼອກ​ລວງ​ເອົາ “ຄ່າ​​ມັດ​ຈຳ” ແລະ ຄ່າ​ທຳ​ນຽມ​ເປັນ​ຕົ້ນ, ເຮັດ​ໃຫ້​ຜູ້​ປະ​ສົບ​ເຄາະ​ຮ້າຍຫຼົງ​ກົນ​ກັບ​ດັກ​ຂອງ​ກຸ່ມ​ກະ​ທຳ​ຜິດ​ທີ່​ວາງ​ແຜນ​ຢ່າງ​ແນບ​ນຽນ​ລ່ວງ​ໜ້າ. ຈົນຮອດ​ເວ​ລາ​ມ້າງ​ຄະ​ດີ, 2 ກຸ່ມ​ດັ່ງ​ກ່າວ​ໄດ້​ຮັບ​ເງິນ​ສໍ້​ໂກງ 1 ລ້ານກວ່າ​ຢວນ.

ຄຳ​ເຫັນ

0