李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ພັກ​ຮັກ​ຊາດ​ຕວກ​ກີ​ກ່າວ​ວ່າ: ກອງ​ປະ​ຊຸມສຸດຍອດ​ຂອງເວ​ທີ​ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ

2019-04-18 16:10:29 cri

    ກ່ອນ​ໜ້ານີ້​ບໍ່​ດົນ ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ທ່ານ ໂດ​ກູ ເພ​ຣິນ​ເຊັກ ນັກ​ການ​ເມືອງ​ທີ່​ມີ​ຊື່​ສຽງ, ປະ​ທານ​ພັກ​ຮັກ​ຊາດ​ຂອງ​ຕວກ​ກີ​ກ່າວ​ວ່າ: ກອງ​ປະ​ຊຸມ​ສຸດຍອດຂອງເວ​ທີ​ປຶກ​ສາ​ຫາ​ລື ​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ແມ່ນກອ​ງ​ປະ​ຊຸມ​ສາ​ກົນ​ທີ່​ມະ​ໂຫລານ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ.

    ທ່ານ ເພ​ຣິນ​ເຊັກ ກ່າວ​ວ່າ: ໂລກ​ປັດ​ຈຸ​ບັນ​ ເຕັມ​ໄປ​ດ້ວຍ​ຄວາມ​ບໍ່​ແນ່ນອນ​ແລະ​ສິ່ງ​ທ້​າ​ທາຍຮ້າຍ​ແຮງຫຼາຍ​ຢ່າງ, ​ປະ​ຊາ​ຄົມ​ໂລກ​ຮຽກ​ຮ້ອງ​ໃຫ້​ມີ​ສັນ​ຕິ​ພາບ​ແລະ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ຈາກ​ໃຈຈິງ, ຮຽກ​ຮ້ອງ​ໃຫ້​ສ້າງ​ລະ​ບຽບ​ສາ​ກົນ​ໃໝ່​ທີ່​ມີ​ການ​ຮ່ວມ​ມື​​ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ໃນ​ຂະ​ບວນ​ການ​ດັ່ງ​ກ່າວ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ເຊິ່ງ​​ບໍ່​ມີປະ​ເທດໃດ​ສາ​ມາດ​ເຮັດ​ໄດ້​ແບບນີ້. ຍ້ອນ​ແນວນັ້ນ, ການ​​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຈຶ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ, ເຊິ່ງ​ຈະ​ເປັນ​ການ​ເຕົ້າ​ໂຮມ​ທຸກໆ​ປະ​ເທດ​ທີ່​ປາ​ຖະ​ໜາ​ຫາ​ສັນ​ຕິ​ພາບ, ໄຝ່​ຝັນ​​ເຖິງເສ​ລີ​ພາບ ແລະ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ນັ້ນ ​ໃຫ້​ສາ​ມັກ​ຄີ​ກັນ​ເຂົ້າ​ຢ່າງ​ສະ​ໜິດ​ແໜ້ນ, ເພື່ອສ້າງ​ເວ​ທີ​ແລະ​​ຂົວ​ເຊື່ອມ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ ຍ່ອມ​ຈະ​ໄດ້​ຮັບ​ຜົນ​ງານ​ໃໝ່​ທີ່​ດີ​ຢ່າງຫຼວງຫຼາຍ.

ຄຳ​ເຫັນ

0