尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສວນ​ສາ​ທາ​ລະ​ນະສອງ​ແຫ່ງ​ຂອງ​ຈີນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ຈັດ​ເຂົ້າ​ໃນ​ລາຍ​ຊື່ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ໂລກ

2019-04-18 15:28:30 cri

ໃນກອງ​ປະ​ຊຸມ​​ຜູ້ບໍ​ລິ​ຫານ​ງານ​ຂອງ​ອົງ​ການການ​ສຶກ​ສາ,ວິ​ທະ​ຍາ​ສາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຫຼື UNESCO ໄດ້​ຕົກ​ລົງ​ວ່າ​ອະ​ນຸ​ມັດ​ໃຫ້​ຈັດເອົາສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ພູຈີວ​ຮ​ວາ​ແລະ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີພູ​ຢີ​ເມີງ​ຂອງ​ຈີນ​ເຂົ້າ​ໃນ​ລາຍ​ຊື່​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ໂລກ​ຢ່າງ​ເປັນ​ທາງ​ການ.

 

ໃນ​ມື້​ດັ່ງ​ກ່າວ,ອົງ​ການ UNESCO ໄດ້​ປະ​ກາດ​ແຈ້ງ​ການ​ໂດຍ​ກ່າວ​ວ່າ: ມໍ​ລະ​ດົກທໍ​ລະ​ນີ 8 ແຫ່ງ​ຈາກ 7 ປະ​ເທດ​ຄື: ຈີນ,ຈີ​ເລ,ໂກຼອາ​ຊີ,ເອກວາ​ດໍ,ແອັ​ສ​ປາຍ,ນັອກ​ແວ​ແລະ​ເປ​ຣູ​ໄດ້​ຮັບ​ການ​ຈັດ​ເຂົ້າໃນ​ລາຍ​ຊື່​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ໂລກ​ຂອງ​ອົງ​ການ UNESCO ​ຢ່າງ​ເປັນ​ທາງ​ການ,ໃນ​ນັ້ນ​ລວມ​ທັງ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສອງ​ແຫ່ງ​ດັ່ງ​ກ່າວ​ຂອງ​ຈີນ. ມາ​ຮອດ​ປັດ​ຈຸ​ບັນ,ສວນ​ສາ​ທາ​ລະ​ນະ​ທີ່​ໄດ້​ຮັບ​ການ​ຈັດ​ເຂົ້າ​ໃນ​ລາຍ​ຊື່​ດັ່ງ​ກ່າວ​ໄດ້​ມີ​ຈຳ​ນວນ​ເຖິງ 147 ແຫ່ງໃນ 41 ປະ​ເທດ​ແລະ​ເຂດ​ແຄວ້ນ.

ຄຳ​ເຫັນ

0