吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຄັດ​ຄ້ານການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວແລະ​ການ​ແຊກ​ແຊງ​​ປະ​ເທດ​ອື່ນນອກ​ຂອບ​ສະ​ຫະ​ປະ​ຊາ​ຊາດ

2019-04-19 11:30:17 CRI

    ຕາມ​ຂ່າວCRI: ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວັນ​ທີ 18 ເມ​ສາ​ນີ້​ວ່າ,ຈີນຄັດ​ຄ້ານ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວແລະ​ການ​ແຊກ​ແຊງ​ປະ​ເທດ​ອື່ນ​ໂດຍ​ນຳ​ໃຊ້​ກົດ​ໝາຍ​ຂອງ​ປະ​ເທດ​ຕົນ​ທີ່ຢູ່ນອກ​ຂອບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.
    ຂ່າວ​ແຈ້ງວ່າ, ທ່ານ​​ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​​ອາ​ເມ​ລິ​ກາປະ​ກາດ​ວ່າ: ແຕ່​ວັນ​ທີ 2 ພຶດ​ສະ​ພາປີ​ນີ້ເປັນ​ຕົ້ນ​ໄປ ຈະ​ອະ​ນຸ​ຍາດ​ການປະ​ຕິ​ບັດ​ຕາມ​ມາດ​ຕາ 3 ຂອງ “ກົດ​ໝາຍວ່າ​ດ້ວຍ​ການ​ສະ​ໜັບ​ສະ​ໜູນເສ​ລີ​ພາບ ແລະ ອະ​ທິ​ປະ​ໄຕ​ກູ​ບາ” ຫຼື “ກົດ​ໝາຍ Helms-Burton Act” ໂດຍອະ​ນຸ​ຍາດໃຫ້​ພົນ​ລະ​ເມືອງ​ອາ​ເມ​ລິ​ກາ​ກ່າວ​ຟ້ອງ​ບໍ​ລິ​ສັດ ແລະ ບຸກ​ຄົນ​ຕ່າງ​ປະ​ເທດ​ທີ່​ນຳ​ໃຊ້​ເງິນ​ທຶນ​ທີ່​ອະ​ຍັດ​ຫຼັງ​ການ​ປະ​ຕິ​ວັດ​ກູ​ບາ​ເພື່ອ​ດຳ​ເນີ​ນ​ທຸ​ລະ​ກິດ.

ຄຳ​ເຫັນ

0