覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຜະ​ລິດ​ເຂົ້າ​ໜົມ​ຈືນ​ນ້ອຍໆ​ ເປັນ​ການ​ເປີດ​ບັ້ນ​ຮົບ​ສູ້​ຊົນ​ຜ່ານ​ຜ່າ​ເພື່ອ​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ

2019-04-19 11:16:02 cri

图片默认标题_fororder_sfjisfhlsfhlsflsfse1
 

ທ່ານ​​ຫວາງ​ຜິງ​ຖັງ ເປັນ​ເລ​ຂາ​ພັກ​ຜູ້​ທີ​ໜຶ່ງ​ຂອງ​ບ້ານ​ລົງ​ສວນ ຕາ​ແສງ ມິງ​ເຢ້ ເມືອງ​ອ່ານ​ທູ ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ເກົາຫຼີ​ຢຽນ​ປ່ຽນ ແຂວງ​ຈີ​ລິນ ເຊິ່ງ​ແມ່ນ​ຫ້ອງ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ສູນ​ກາງ​ຈີນ​ແຕ່ງ​ຕັ້ງ​ທ່ານ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ບ້ານ​ດັ່ງ​ກ່າວ. ເດືອນ​ກັນ​ຍາ​ປີ 2017, ເມື່ອ​ທ່ານ​ຜະ​ເຊີນ​ໜ້າ​ກັບ​ຄອບ​ຄົວ​ທຸກ​ຍາກ 23 ຄອບ​ຄົວ​ໃນ​ທັງ​ໝົດ 72 ຄອບ​ຄົວ​ຂອງ​ບ້ານ​ແຫ່ງ​ນີ້​ເປັນ​ເທື່ອ​ທຳ​ອິດ, ທ່ານ​​ຄິດ​ບໍ່​ອອກ​ແລະ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ນຳ​ພາ​ຊາວ​ບ້ານຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.


图片默认标题_fororder_sfjisfhlsfhlsflsfse2
 

ໄປ​ພ້ອມໆ​ກັບ​ການ​ດຳ​ລົງ​ຊີ​ວິດ​ແລະ​ເຮັດ​ວຽກ​ໃນ​ບ້ານ​​ເປັນ​ເວ​ລາ​ດົນ​ນານ, ເລ​ຂາ​ຫວາງ​ຜິງ​ຖັງ​ພົບ​ວ່າ ທຸກໆ​ຄອບ​ຄົວ​ໃນ​ບ້ານ​ລົງ​ສວນ​ຕ່າງ​ກໍ​ເຮັດ​ເຂົ້າ​ໜົມ​ຈືນ​ເປັນ ອາດ​ເວົ້າ​ໄດ້​ວ່າ​ເປັນ​ອາ​ຫານ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ທ້ອງ​ຖິ່ນ. ​ເພິ່ນ​ຈິ່ງ​ຄິດ​ວ່າ ຫາກ​ເຮັດ​ໃຫ້​ເຂົ້າ​ໜົມ​ຈືນ​ນ້ອຍໆ​ນີ້​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ບ້ານ​ຊິ​ບໍ່​ດີກວ່າ​ບໍ? ທ່ານ​ຫວາງ​ຜິງ​ຖັງ​ກໍ​ເລີຍ​ພັດ​ທະ​ນາ​ກາ​ນ​ຜະ​ລິດ​ເຂົ້າ​ໜົມ​ຈືນ​ໃຫ້​ເປັນ​ອຸດ​ສາ​ຫະ​ກຳ​ຂອງ​ໂຄງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ບ້ານ​ລົງ​ສວນ, ເດືອນ​ກໍ​ລະ​ກົດ​ປີ 2018, ໄດ້​ຫ້າງ​ຫາ​ເງິນ​ທຶນ​ສ້າງ​ຕັ້ງ​ໂຮງ​ງານ​ເຂົ້າ​ໜົມ​ຈືນ​ລົງ​ສວນ​ຂຶ້ນ, ແລະ​ລົງ​ມື​ຜະ​ລິດ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພະ​ຈິກ​ປີ​ດຽວ​ກັນ, ນັບ​ມາ​ຮອດ​ເດືອນ​ມັງ​ກອນ​ປີ 2019 ນີ້, ຍອດ​ມູນ​ຄ່າ​ການ​ຈຳ​ໜ່າຍ​ໄດ້​ບັນ​ລຸ​ເຖິງ 620.000 ຢວນ.


图片默认标题_fororder_sfjisfhlsfhlsflsfse4
 

 ໂຮງ​ງານ​ຜະ​ລິດ​ເຂົ້າ​ໜົມ​ຈືນ​ກວ​ມ​ເນື້ອ​ທີ່​ທັງ​ໝົດ 670 ຕາ​ແມັດ ເຊິ່ງ​ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ບ້ານ 30 ກວ່າ​ຄົນ, ໃນ​ນີ້​ລວມ​ທັງ​ຄອບ​ຄົວ​ທຸກ​ຍາກ 11 ຄອບ​ຄົວ. ປັດ​ຈຸ​ບັນ, ໂຮງ​ງານ​ເຂົ້າ​ໜົມ​ຈືນ​ສາ​ມາດ​ຜະ​ລິດ​ເຂົ້າ​ໜົມ​ຈືນ​ໄດ້ 500 ກວ່າ​ກິ​ໂລ, ຕົ້ນ​ຕໍ​​ແມ່ນສົ່ງ​ໄປ​ຂາຍ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ກຳ​ແພງ​ນະ​ຄອນ​ຊຽງ​ໄຮ, ກຳ​ແພງ​ນະ​ຄອນ​ທຽນ​ສິນ​ແລະ​ຕົວ​ເມືອງ​ໃຫຍ່​ແຫ່ງ​ອື່ນໆ. ເຂົ້າ​ໜົມ​ຈືນ​ທຳ​ມະ​ດາ ໄດ້​ຫັນ​ມາ​ເປັນ​ອຸດ​ສາ​ຫະ​ກຳ​ເສົາ​ຄ້ຳ​ຂອງ​ໂຄງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຕາມ​ເປົ້າ​ໝາຍ​ຂອງ​ບ້ານ​ລົງ​ສວນ, ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ແກ້​ໄຂ​ບັນ​ຫາ​ການ​ສ້າງ​ລາຍ​ຮັບ​ໃຫ້​ຊາວ​ບ້ານ​ເທົ່າ​ນັ້ນ, ຍັງ​ໄດ້​ຊຸກ​ຍູ້​ສົ່ງ​ເສີມ​ຄວາມສາ​ມັກ​ຄີ​ປອງດອງ​ຂອງ​ຊາວ​ບ້ານ​ອີກ​ດ້ວຍ.

 

图片默认标题_fororder_sfjisfhlsfhlsflsfse5

 

ຄຳ​ເຫັນ

0