尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແລະ​ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາ​ຫຼີ​ຈະ​ພົ​ບ​ປະກັນ​ກ່ອນ​ທ້າຍ​ເດືອນ​ເມ​ສາ​ນີ້

2019-04-19 11:25:50 cri

ເວັບ​ໄຊ​​ວັງ​ແກ​ລມ​ແລັງ​ມົ​ສ​ກູຂອງ​ຣັດ​ເຊຍ​ໄດ້​​ອອກ​ແຈ້ງ​ການ​ໃນ​ວັນ​ທີ 18 ເມ​ສາ​ນີ້​ວ່າ: ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແລະ ທ່ານ ກິມ​ເຈີງ​ອຸນ ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາ​ຫຼີ​ຈະ​​ພົບ​ປະກັນ​ກ່ອນ​ທ້າຍ​ເດືອນ​ເມ​ສາ​ນີ້.
 

​ແຈ້ງ​ການ​ກ່າວ​ວ່າ:ໂດຍ​​ຕອບ​ສະ​ໜອງຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ປູ​ຕິນ,ທ່ານ​ກິມ​ເຈີງ​ອຸນ ຈະ​ຢ້ຽມ​ຢາມ​ຣັດ​ເຊຍໃນ​ທ້າຍ​ເດືອນ​ເມ​ສາ​ນີ້. ແຕ່​ແຈ້ງ​ການ​ບໍ່​ໄດ້​ເປີດ​ເຜີຍ​ເນື້ອ​ໃນ​ລະ​ອຽດ​ຂອງ​ການ​ພົບ​ປະ​ຄັ້ງ​ນີ້.
 

ໜັງ​ສື​ພິມ​ອີສ​ເວ​ສ​ຕີຂອງ​ຣັດ​ເຊຍ​ສະ​ບັບ​ວັນ​ທີ 17 ເມ​ສາ​ນີ້​ໄດ້​ອ້າງ​​ອີງຕາມຄຳ​ເວົ້າ​ຂອງ​​ແຫຼ່ງ​ຂ່າວ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ມາ​ລາຍ​ງານ​ວ່າ: ທ່ານ​ ກິມ​ເຈີງ​ອຸນ ຈະ​ຢ້ຽມ​ຢາມ​ຣັດ​ເຊຍ​ໃນ​ອາ​ທິດ​ໜ້າ,ວຽກ​ງານ​ກະ​ກຽມ​ທີ່​ກ່ຽວ​ຂ້ອງ​ພວມ​ດຳ​ເນີນ​ຢູ່.
 

ໃນ​ເດືອນ​ພຶດ​ສະ​ພາ​ປີ 2018,ທ່ານ ເຊີ​ເກ ລັ​ຟ​​ຣົຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ເຄີຍ​ໄດ້​ສົ່ງ​ຈົດ​ໝາຍ​ຂອງ​ທ່ານ​ປູ​ຕິນ​ໄປ​ຍັງ​ເຖິງ​ຝ່າຍ​ສ​ປ​ປ​ເກົາ​ຫຼີ​ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ຢ້ຽມ​ຢາມ​ສ​ປ​ປ​ເກົາ​ຫຼີ,ແລະ​ໄດ້​ເຊື້ອ​ເຊີນ​ທ່ານ ກິມ​ເຈີງ​ອຸນ ຢ້ຽມ​ຢາມ​ຣັດ​ເຊຍ.

ຄຳ​ເຫັນ

0