尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ນຶກ​ຄຳ​ປາ​ໄສ​ຂອງທ່ານ ສີ​ຈິ້ນ​ຜິງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ວຽກ​ງານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແລະ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ

2019-04-19 15:10:59 cri

图片默认标题_fororder_xxxx

ວັນ​ທີ 19 ເມ​ສາ​ 2016, ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານ​ຈັດກອງ​ປະ​ຊຸມ​ສຳ​ມະ​ນາ​ວຽກ​ງານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ໃນ​ກອງ​ປະ​ຊຸມ.

ໃນ​ວັນ​ທີ 19 ເມ​ສາ​ຂອງ 3 ປີ​ກ່ອນ,ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວຽກ​ງານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແລະ​​ເຕັກ​ນິກຂໍ້​ມູນ​ຂ່າວ​ສານ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ. ໃນ​ກອງ​ປະ​ຊຸມ,ທ່ານ ສີ​ຈິ້ນ​ຜິງ ໄດ້​​ໃຫ້​ທິ​ດ​ຊີ້​ນຳ​ທີ່​ຈະ​ແຈ້ງແກ່​ວຽກ​ງານ​ຊຸກ​ຍູ້​ການ​ສ້າງ​ສາ​ປະ​ເທດ​ທີ່​ເຂັ້ມ​ແຂງ​ທາງ​ອິນ​ເຕີ​ເນັດ,ຊຸກ​ຍູ້​ການ​ພັດ​ທະ​ນາ​ວຽກ​ງານ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແລະ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ໂດຍ​ສຸມ​ໃສ່​ສະ​ພາບ​ແວດ​ລ້ອມທາງ​ອິນ​ເຕີ​ເນັດ​, ເຕັກ​ນິກ​ໃຈ​ກາງ​ແລະ​ບັນ​ຫາທີ່​ສຳ​ຄັນ​ອື່ນໆ.

ອິນ​ເຕີ​ເນັດ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ໃຫຍ່​ຫຼວງໃນການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ

ທ່ານ ສີ​ຈິ້ນ​ຜິງ ສະ​ເໜີ​​ວ່າ:​ຕ້ອງ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຂໍ້​ມູນ​ຂ່າວ​ສານ,ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພັດ​ທະ​ນາແບບ

ເຊື່ອມ​ໂຍງ​​ຢ່າງ​ເລິກ​ເຊິ່ງ​​ລະ​ຫວ່າງອິນ​ເຕີ​ເນັດ​ແລະພື້ນ​ຖານ​ເສດ​ຖະ​ກິດ,ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຫັນ​ປ່ຽນ​ຮູບການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ການ​ດັດ​ສົມ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໂດຍ​ຜ່ານ​ການ​ນຳ​ໃຊ້​ຂໍ້​ມູນ​ຂ່າວ​ສານ​ດ້ານ​ເຕັກ​ນິກ,ທຶນ​ຮອນ,ບຸກ​ຄະ​ລາ​ກອນ​ແລະວັດ​ຖຸ​ອຸ​ປະ​ກອນ.

​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ປະ​ຊາ​ຊົນ​ສາ​ມາດ​ລົງ​ທາງ​ອິນ​ເຕີ​ເນັດ​ໄດ້

ມາ​ຮອດ​ປັດ​ຈຸ​ບັນ,ຜູ້​ຊົມ​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນ​ໄດ້​ມີ​ຈຳ​ນວນ​ເຖິງ 829 ລ້ານ​ຄົນ,ເຂົາ​ເຈົ້າ​ສ່ວນ​ຫຼາຍ​ເອີ້ນ​ຕົນ​ເອງ​ເປັນ “ຄົນ​ທຳ​ມະ​ດາ​ຂັ້ນ​ຮາກ​ຖານ”. ການ​ຈະ​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ຂັ້ນ​ຮາກ​ຖານ​ແນວ​ໃດ,ແມ່ນ​ບັນ​ຫາ​ຂອງ​ຜູ້​ປົກ​ຄອງ​ຂອງ​ຈີນ​ຮຸ່ນ​ໃໝ່.

ທ່ານ ສີ​ຈິ້ນ​ຜິງ ສະ​ເໜີ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ: ເມື່ອ​ປະ​ຊາ​ຊົນ​ມີ​ເງື່ອນ​ໄຂ​ນຳ​ໃຊ້​ອິນ​ເຕີ​ເນັດ​ໄດ້​ແລ້ວ,​ຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ​ກໍ່​ສາ​ມາດ​ລົງ​ອິນ​ເຕີ​ເນັດ​ໄດ້​ເຊັ່ນ​ກັນ.

ເຕັກ​ນິກ​ທີ່​ສຳ​ຄັນ​ແມ່ນ​ຈຸດຊີ້​ຂາດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ

ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ໂລກ,ຄວາມ​​ແຕກໂຕນ​ກັນ​ທີ່​ໃຫຍ່​ທີ່​ສຸດລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ທີ່​ມີ​ລະ​ດັບ​​ຄວາມກ້າວ​ໜ້າ​ອື່ນໆ​​ໃນໂລກ​​ກໍ່​ແມ່ນ​ເຕັກ​ນິກໃຈ​ກາງ​ຕົ້ນ​ຕໍ​ນີ້​ແຫຼະ.

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ເປັ​ນ​ພິ​ເສດ​ວ່າ: ວິ​ສາ​ຫະ​ກິດ​ອິນ​ເຕີ​ເນັດ​ແຫ່ງ​ໜຶ່ງ ເຖິງ​ຈະ​ມີ​ຂະ​ໜາດໃຫຍ່​ຊ່ຳໃດ​ແລະ​ມີ​ມູນ​ຄ່າທາງຕະຫຼາດ​ສູງ​ຊ່ຳ​ໃດ​ກໍ​​ຕາມ, ຖ້າ​ຫາກ​ຊີ້ນ​ສ່ວນ​ອຸ​ປະ​ກອນ​ສຳ​ຄັນ​ທີ່​ສຸດ​​ຍັງອາ​ໄສ​ການ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ຢ່າງຫຼວງຫຼາຍ, ຄັນ​ຊັ້ນ,ຂອດ​ສຳ​ຄັນ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ກໍ​ຈະ​ຖືກ​​ຕົກ​ຢູ່​ໃນ​ກຳມື​ຂອງ​ປະ​ເທດ​ອື່ນ. ​ສະ​ນັ້ນ, ນັກ​ທຸ​ລະ​ກິດ,​ຜູ້ຊ່ຽວ​ຊານ ນັກ​ວິ​ຊາ​ການ​ແລະ​ພະ​ນັກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ຕ້ອງ​ພະ​ຍາ​ຍາມ​ສູ້​ຊົນ​ໃນ​ການ​ບັນ​ລຸ​ການ​ບຸກ​ທະ​ລຸ​ສິ່ງ​ສຳ​ຄັນ​ອັນ​ໃໝ່​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ສຳ​ຄັນ​ເພື່ອ​ສ້າງ​ກຽດ​ສັກ​ສີ​ໃຫ້​ປະ​ເທດ​ຊາດ​ຕົນ.

 ຈີນ​ຕ້ອງ​ປົກ​ປ້ອງ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ຢ່າງ​ແທ້​ຈິງ.

 ພື້ນ​ຖານ​ໂຄງ​ລ່າງ​ຂໍ້​ມູນ​ຂ່າວ​ສານ​ທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ການ​ທະ​ນາ​ຄານ, ພະ​ລັງ​ງານ​ໄຟ​ຟ້າ, ໂທ​ລະ​ຄົມ​ການ​ສື່​ສານ​ແລະ​ອື່ນໆ​ເປັນ​ເສັ້ນ​ປະ​ສາດ​ສູນ​ກາງ​ຂອງ​ການ​ເຄື່ອນ​ໄຫວ​​ດ້ານເສດ​ຖ​ະ​ກິດ​ສັງ​ຄົມ, ເປັນ​ຈຸດ​ສຳ​ຄັນ​ທີ່​ສຸດ​ຂອງ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ເມື່ອ​ຖືກ​ບຸກ​ໂຈມ​ຕີ ກໍ​ຈະ​ຖືກ​ທຳ​ລາຍ​ແລະ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນ​ຕ້ອງ​ເລັ່ງ​ລັດ​ກໍ່​ສ້າງ​ລະ​ບົບ​ທີ່​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ທີ່​ສຳ​ຄັນ. ຕ້ອງ​ລົງ​ເລິກ​ຄົ້ນ​ຄວ້າ ແລະ​ປະ​ຕິ​ບັດ​ການ​ປ້ອງ​ກັນ​ແລະ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ທີ່​ສຳ​ຄັນ​ຂອງ​ຊາດ​ໃຫ້​ມີ​ປະ​ສິດ​ທິ​ຜົນ ເພື່ອ​​ສ້າງ​ສະ​ພາບ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ຢ່າງ​ຮອບ​ດ້ານ​ຢູ່​ຕະຫຼອດ​ເວ​ລາ.

 ວິ​ສາ​ຫະ​ກິດ​ອິນ​ເຕີ​ເນັດ​ຂອງ​ຈີນ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ.

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເປັນ​ພິ​ເສດ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ທີ່​ບໍ່​​ມີ​ຜົນດີ​ໃນ​ຕະຫຼາດ​ອິນ​ເຕີ​ເນັດ​ຂອງ​ຈີນ. ທ່ານ​ເນັ້ນ​ວ່າ: ຕ້ອງ​ສ້າງ​ລະ​ບຽບ​ການ​ຕະຫຼາດ​ໃຫ້​ເປັນ​ລະ​ບຽບ​ແບບ​ແຜນ, ເລັ່ງ​ລັດ​ຂະ​ບວນ​ການ​ສ້າງ​ກົດ​ໝາຍ​ກ່ຽວ​ກັບ​ອິນ​ເຕີ​ເນັດ, ປັບ​ປຸງ​ມາດ​ຕະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ໃຫ້​ສົມ​ບູນ​ຂຶ້ນ. ວິ​ສາ​ຫະ​ກິດ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ​​ຂຶ້ນຫຼາຍ​ເທົ່າ​ໃດ, ກໍ​​ຍິ່ງຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ທາງ​ຈາ​ລິ​ຍະ​ທຳ. ວິ​ສາ​ຫະ​ກິດ​ອິນ​ເຕີ​ເນັດ​ຕ້ອງ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ສັງ​ຄົມ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະ​ຊາ​ຊົນ.

ຄຳ​ເຫັນ

0