尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ຈີນ​ກ່າວ​ວ່າ:ກອງ​ທັບ​ເຮືອ​ຈີນ​ແມ່ນ​ກອງກຳ​ລັງ​ເພື່ອ​ສັນ​ຕິ​ພາບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

2019-04-20 15:33:20 cri

图片默认标题_fororder___172.100.100.3_temp_9500031_1_9500031_1_1_93064fa1-168d-4ade-bf55-b3651fbdfcd5

ວັນ​ທີ 20 ເມ​ສາ​ນີ້, ທ່ານ ຊີ່ວທີງເຜີງ ຮອງ​ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວກ່ຽວ​ກັບ​ກິດ​ຈະ​ກຳ​ກອງ​ທັບ​ເຮືອ​ນາ​ໆ​ຊາດ​ເພື່ອ​ສະ​ຫຼອງກອງ​ທັບ​ເຮືອ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 70 ປີ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ກອງ​ທັບ​ເຮືອ​ຈີນ​ແມ່ນກອງ​ກຳ​ລັງ​ເພື່ອ​ສັນ​ຕິ​ພາບກອງ​ໜຶ່ງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ຈະ​ບໍ່​ເປັນ​ການ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ແຕ່​ຢ່​າງ​ໃດ.

ທ່ານ ຊີ່ວ​ທີງ​ເຜີງ ກ່າວ​ວ່າ: ຜູ້​ທີ່​ຮູ້​ປະ​ຫວັດ​ສາດ​ເປັນ​ຢ່າງ​ດີ​ລ້ວນ​ແຕ່​​ຮູ້​ວ່າ:​ຈີນໃນ​ສະ​ໄໝ​ມໍ່​ໄດ້​ປະ​ສົບ​ຄວາມຍາກ​ລຳ​ບາກ​ຢ່າງ​ຫຼວງ​ຫຼາຍ,ປະ​ຊາ​ຊົນ​ຈີນ​ຮູ້​​ດີ​ກ່ຽວ​ກັບຄວາມ​ລ້ຳ​ຄ່າ​ຂອງ​ສັນ​ຕິ​ພາບ. ກອງ​ທັບ​ເຮືອ​ຈີນ​ບໍ່​ເຄີຍ​ສ້າງ​ແປວ​ໄຟ​ແຫ່ງ​ສົງ​ຄາມ,ການປັ່ນ​ປ່ວນ​ແລະ​ຄວາມ​ວຸ້ນ​ວາຍ​ຂຶ້ນ​ໃນ​ແຫ່ງ​ໃດ​ແຫ່ງ​ໜຶ່ງ​ຂອງ​ໂລກ​ຈັກ​ເທື່ອ,ໄດ້​ຮູ້​ສັນ​ຕິ​ພາບ,ຮັກ​ສາ​ສັນ​ຕິ​ພາບ​ແລະປົກ​ປ້ອງ​ສັນ​ຕິ​ພາບ​ແຕ່​ຕົ້ນ​ຕະ​ຫຼອດ​ມາ.

​ທ່ານ ຊີ່ວ​ທີງ​ເຜີງ ໃຫ້​ຮູ້​ວ່າ: ກອງ​ທັບ​ເຮືອ​ປະ​ຊາ​ຊົນ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ກວ້າງ​ອອກ,​ແລະ​ໄດ້​ໃ​ຫ້​ການ​ບໍ​ລິ​ການ​ດ້ວຍ​ຫຼາກ​ຫຼາຍ​ຮູບ​ແບບແກ່​​ໂລກ​ນັບມື້​ນັບ​ຫຼາຍ​ຂຶ້ນ.​ນັບ​ແຕ່​ປີ 2008 ຮອດ​ປັດ​ຈຸ​ບັນ,ຈີນ​ໄດ້​ສົ່ງ​ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ທະ​ເລ 32 ​ເທື່ອ​ທີ່​ມີ​ຈຳ​ນວນກຳ​ປັ່ນ 103 ລຳ,ຍົນ​ເຮ​ລີ​ກົບ​ແຕ 69 ລຳ,ນາຍ​ແລະ​ພົນ​ທະ​ຫານ 27.000 ເທື່ອ​ຄົນ,ເພື່ອ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປ້ອງ​ການ​ເດີນ​ທະ​ເລໃຫ້​ແກ່​​ກຳ​ປັ່ນ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ຈຳ​ນວນ 6.600 ກວ່າ​ລຳ,​ເຊິ່ງໃນ​ນັ້ນ​ມີ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ແມ່ນ​ກຳ​ປັ່ນ​ການ​ຄ້າ​ຕ່າງ​ປະ​ເທດ,ນອກ​ນີ້​ຍັງ​ໄດ້​ສຳ​ເລັດ​ໜ້າ​ທີ່​ປ້ອງ​ກັນ​ການ​ຂົນ​ສົ່ງ​ອາ​ວຸດ​ເຄ​ມີ​ຂອງ​ຊີ​ຣີ​ທາງ​ທະ​ເລ 20 ເທື່ອ.

ແຕ່​ປີ 2010 ເປັນ​ຕົ້ນ​ມາ,ກຳ​ປັ່ນ​ໂຮງ​ໝໍ​ເຮີ​ຜິງ​ຟ່າງ​ໂຈ່ວ (PEACE ARK)​ຂອງ​ກອງ​ທັບ​ເຮືອ​ຈີນ​ໄດ້​ປະ​ຕິ​ບັດ “ໜ້າ​ທີ່​ແຫ່ງຄວາມ​ກົມ​ກຽວ” 7 ເທື່ອ,ໄດ້​ໃຫ້​ການ​ບໍ​ລິ​ການ​ປິ່ນ​ປົວ​ແບບ​ບໍ່​​ເສຍ​ຄ່າ​ແກ່​ປະ​ຊາ​ຊົນຈຳ​ນວນ​ 2 ແສນ 3 ໝື່ນກວ່າ​ເທື່ອ​ຄົນຂອງ 43 ປະ​ເທດ​ແລະ​ເຂດ​ແຄວ້ນ. ປີ 2015, ກອງ​ກຳ​ປັ່ນ​ປ້ອງ​ກັນ​ຂອງກອງ​ທັບ​ເຮືອ​ຈີນ​ຊຸດ​ທີ 19 ໄດ້​ສົ່ງ​ພົນ​ລະ​ເມືອງຈີນ 621 ຄົນ ແລະ​ພົນ​ລະ​ເມືອງ​​ຂອງ 15 ປະ​ເທດ 270 ກວ່າ​ຄົນ​ຖອນ​ອອກ​ຈາກ​ເຢ​ແມນ​ທີ່​ເກີດ​​ສົງ​ຄາມ. ກຳ​ປັ່ນ 10 ລຳ​ຂອງກອງ​ທັບ​ເຮືອ​ຈີນ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​ຮ່ວມ​ຍົນ​ໂດຍ​ສານ​ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ທີ່​​ເສຍ​ການ​ຕິ​ດ​ຕໍ່​ກັບ​ໜ້າ​ດິນ​ແລະ​ອື່ນໆ. ​ເຊິ່ງກອງ​ທັບ​ເຮືອ​ຈີນ​ໄດ້ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ແລະ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ຄຳ​ເຫັນ

0