曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມໃຫຍ່ດອກກຸຫຼາບໂລກຈະຈັດຂຶ້ນຢູ່ນານຢາງແຂວງເຮີນານ

2019-04-22 17:39:25 cri

ວັນ​ທີ 28 ເມ​ສາ​ຫາ​ວັນ​ທີ 2 ພຶດ​ສະ​ພາ​ປີ​ນີ້, ກອງ​ປະ​ຊຸມ​ໃຫຍ່ດອກ​ກຸ​ຫຼາບ​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ນານ​ຢາງ ແຂວງ​ເຮີ​ນານ, ໃນ​ເວ​ລາ​ນັ້ນ, ຈະ​ມີ​ແຂກ​ມາ​ຈາກ 50 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເດີນ​ທາງ​ໄປ​ນານ​ຢາງ​ເພື່ອ​ທ່ຽວ​ຊົມ​ແລະ​ແລກ​ປ່ຽນ. ກອງ​ປະ​ຊຸມ​ໃຫຍ່ດອກ​ກຸ​ຫຼາບ​ໂລກ​ຈັດ​ໂດ​ຍ​ສະ​ຫະ​ພັນ​ດອກ​ກຸ​ຫຼາຍ​ໂລກ, ​ເຊິ່ງ​ເຂດດ້າ​ຊິ່ງ​ຂອງ​ປັກ​ກິ່ງ​ກໍ​ເຄີຍ​ຈັດ​ກອງ​ປະ​ຊຸມ​ສຳ​ເລັດ​ມາ​ແລ້ວ​ໃນ​ປີ 2016.

​ຈຸດປະ​ສົງ​ຂອງກອງ​ປະ​ຊຸມ​ໃຫຍ່ດອກ​ກຸ​ຫຼາບ​ໂລກ​ຄັ້​ງ​ນີ້​ແມ່ນ “ ຖື​ດອກ​ກຸ​ຫຼາບ​ເປັນ​ສື່, ຖື​ວັດ​ທະ​ນະ​ທຳ​ເປັນ​ຂວັນ​ໃຈ, ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ, ການ​ພັດ​ທະ​ນາ​ສີ​ຂຽວ”, ນານ​ຢາງ​ຈະ​ສະ​ແດງ​ໃຫ້​ເນເນື້ອ​ໃນ​ຕ່າງໆ​​ແຫ່ງ​ຜົນ​ສຳ​ເລັດ​ຫຼ້າ​ສຸດ​ໃນ​ພາ​ລະ​ກິດ​​ພັດ​ທະ​ນາ​ດອກ​ກຸ​ຫຼາບ​ຈີນ​ແລະ​ການ​ນຳ​ໃຊ້​ສວນດອກ​ກຸ​ຫຼາບ, ​ການ​ສ້າງ ​ມາດ​ຕະ​ຖານ​ເປັນ​ຕົ້ນ. ອາ​ໄສ​​ເວ​ທີ​ຂອງກອງ​ປະ​ຊຸມ​ໃຫຍ່​ນີ້, ​ງານ​ວາງ​ສະ​ແດງ​ເສດ​ຖະ​ກິດ​ກາ​ຄ້າ​ 10 ກວ່າ​ລາຍ​ການ​ຈະ​ດຳ​ເນີນ​ໄປ​ໃນ​ໄລ​ຍະ​ທີ່​ຈັດ​ກອງ​ປະ​ຊຸມ​ໃຫຍ່​ນີ້.

图片默认标题_fororder_yue2

图片默认标题_fororder_yue1

图片默认标题_fororder_yue3

图片默认标题_fororder_yue6

图片默认标题_fororder_yue5

图片默认标题_fororder_yue4.JPG

图片默认标题_fororder_yue7

 

ຄຳ​ເຫັນ

0