吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເມືອງ​ຫວູລີງ​ໃໝ່​ໄດ້​ສຳ​ເລັດ​ການ​ກໍ່ສ້າງ

2019-04-23 16:56:23 cri

​ເມືອງ​ຫວູລີງ​​ເຂດ​ວັ້ນ​ໂຈ່​ວນະຄອນ​ຈຸ່ງ​ກິ່ງ​​ແຕ່​ກ່ອນ​ແມ່ນ​ເມືອງ​ບູຮານ​ແຫ່ງ​ໜຶ່ງ. ​ເນື່ອງ​ຈາກ​ການ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊ່ານ​​ເຊຍ, ນັບ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ, ປະຊາຊົນ​ຫຼາຍ​ກວ່າ 1 ໝື່ນ​ຄົນ​ໄດ້​ຍ້າຍ​ຈາກ​ເມືອງ​ບູຮານ​ທີ່​ມີ​ລະດັບສູງ​ກວ່າ​ໜ້າ​ນ້ຳ​ທະ​ເລ 145 ຫາ 155 ​ແມັດ​ແຫ່ງ​ນີ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ບໍລິ​ເວນ​ໃໝ່​ທີ່​ມີ​ລະດັບ​ສູງ​ກວ່າ​ໜ້ານ້ຳ​ທະ​ເລ 200 ​ແມັດ ​ແລະ​ເລີ່​ມສ້າງບ້ານ​ສ້າງ​ເຮືອນ​​ໃໝ່. ​ປັດຈຸບັນເມືອງ​ຫວູລີງ​ໃ​ໝ່​ໄດ້​ສຳ​ເລັດ​ການກໍ່ສ້າງ ​ແລະ​ກາຍ​ເປັນ​ເມືອງຂອງປະຊາຊົນທີ່​ຍ້າຍ​ຖິ່ນ​ຖານ ​ແລະ​ເປັນ​ໜຶ່ງ​ໃນເມືອງ​ຊາວ​ອົບ​ພະຍົບ​ທີ່ໃຫຍ່​ທີ່​ສຸດ​ຂອງ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຊ່ານ​ເຊຍ.

ປັດຈຸບັນ​ນີ້, ​ເມືອງ​ຫວູລີງ​ມີສິ່ງ​ແວດ​ລ້ອມທີ່​ສວຍ​ງາມ ​ແລະ​ມີ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຖ້ວນ​ເຊັ່ນ: ​​ເຮືອນ, ​ເສັ້ນທາງຄົມ​ມະ​ນາ​ຄົມ, ສາທາລະນະ​ສຸກ, ການ​ສຶກສາ, ການ​ເບິ່ງ​ແຍງ​ລ້ຽງດູ​ຜູ້​ອາຍຸ​ສູງ, ການ​ພັກຜ່ອນ​ຢ່ອນ​ອາລົມ​ ​ແລະ​ອື່ນໆ. ​ອຳນາດ​ການປົກຄອງ​ທ້ອງ​ຖິ່ນ​ຍັງ​ໄດ້​ພັດທະນາຂະ​ແໜງ​ການ​ຜະ​ລິດໝາກລຳ​​ໄຍ ​ແລະ​ໝາກກ້ຽງ​​ໃຫຍ່ ​ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ປະຊາຊົນ​ທ້ອງຖິ່ນ. ​​ໃນ​ຊຸມປີຜ່ານມາ, ​ເມືອງ​ຫວູລີງ​ໄດ້ຖືກ​ຄັດ​ເລືອກ​​ໃຫ້​ເປັນ​ເມືອງ​ນິ​ເວດ​ລະດັບ​ຊາດ, ​ເມືອງ​ສິວິ​ໄລ​ທົ່ວ​ປະ​ເທດ, ​ເມືອງ​ສາທາລະນະ​ສຸກ​ລະດັບ​ຊາດ, ​ເມືອງ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ງວດ​ທຳ​ອິດ ​ແລະ​ອື່ນໆ.

 

图片默认标题_fororder_%5c%5c172.100.100.3%5ctemp%5c9500020%5c1%5c9500020_1_1_48ccd59c-9fd0-4cb6-b7ff-0a21337db16c

ຄຳ​ເຫັນ

0