黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ຈີນ” ຈະ​ຈັດ​ຂຶ້ນ​ໃນ​ຫຼາຍ​ປະ​ເທດ​ໃນ​ໂລກ

2019-05-06 16:10:53 cri

ກິດ​ຈະ​ກຳ “ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ຈີນ” ປີ 2019 ຈະ​ຈັດ​ຂຶ້ນຢູ່​ສູນ​ວັດ​ທະ​ນະ​ທຳ​ຈີນຢູ່​ຕ່າງ​ປະ​ເທດ 34 ແຫ່ງ​ແລະ​ອົງ​ການ​ທ່ອງ​ທ່ຽວ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ 19 ແຫ່ງ​ເຊິ່ງ​ຈະ​ດຳ​ເນີນ​ໄປ​ເປັນ​ແຕ່​ລະ​ກ້າວ​ໂດຍ​ເລີ່ມແຕ່​ວັນ​ທີ 15 ພຶດ​ສະ​ພາ​ຫາ​ວັນ​ທີ 30 ມິ​ຖຸ​ນາ​ປີ​ນີ້​.

ກິດ​ຈະ​ກຳ​​ຄັ້ງນີ້​ໄດ້​ເນັ້ນ​ໃສ່​ຫົວ​ຂໍ້ “​ເມືອງ​ຈີນ​ທີ່​ສວຍ​ງາມ”, ​ໃນ​ນັ້ນ​ຈະ​ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ 260 ກວ່າ​ຄັ້ງ​ທີ​ປິ່ນ​ອ້ອມງານວ​າງ​ສະ​ແດງ, ການ​ສະ​ແດງ, ​ການ​ແນະ​ນຳ​ຄວາມ​ຮູ້, ເວ​ທີ​ປຶກ​ສາ​ຫາ​ລື, ການ​ສຳ​ພັດ​ກັບ​ວັດ​ທະ​ນະ​ທຳ​ແລະ​​ອື່ນໆ, ເພື່ອ​ເລົ່າ​ເລື່ອງ​ກ່ຽວ​ກັບ​ປະ​ເທດ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ​ໂດຍ​ຜ່ານ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ແລະ​ການ​ ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ຊຸກ​ຍູ້​ໃຫ້​ການ​ທ່ອງ​ທ່ຽວ​ຈີນ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.

ຄຳ​ເຫັນ

0