黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນ້ຳ​ໃສ​ແລະ​ຊີ​ວິດ​ທີ່​ດີ​ງາມ​ຢູ່​ບ້ານ​ເຜົ່າ​ປູ້​ອີ່

2019-05-07 16:53:16 cri

图片默认标题_fororder___172.100.100.3_temp_9500041_1_9500041_1_1_033cd4b5-066f-473e-ab59-8cf40d0fe47f.JPG
 

ຕາມ​ຂ່າວ CRI: ບ້ານ​ຜີງ​ຈ້າຍ​ຕັ້ງ​ຢູ່ໃຈ​ກາງ​ເຂດ​ໃໝ່​ກຸ້ຍ​ອ່ານ​ແຂວງ​ກຸ້ຍ​ໂຈ່ວ, ຊາວ​ບ້ານ​ສ່ວນ​ຫຼາຍ​ແມ່ນ​ເຜົ່າ​ປູ້​ອີ່, ຖືກ​ຂະ​ໜານ​ນາມ​ວ່າ “ໃຈ​ກາງ​ຂອງແດນ​ສະ​ຫວັນ​ກຸ້ຍ​ໂຈ່ວ”.

ເມື່ອ​ຍ່າງໄປ​ຕາມ​ຖະ​ໜົນ​ສາຍ​ຫຼັກ​ຂອງ​ບ້ານ​ຜີງ​ຈ້າຍ, ​ທ່ານສາ​ມາດ​ເຫັນ​ບໍ່​ນ້ຳ​ເກົ່າ​ແກ່​ທີ່​ມີ​ຊື່​ວ່າ​ສື “ຖິ່ງ​ສວນ” ໝາຍ​ຄວາມ​ວ່າ “ຟັງ​ສຽງ​ບໍ່ນ້ຳ​”. ຢູ່​ໃກ້​​ບໍ່​ນ້ຳສື​ດັ່ງ​ກ່າວ, ນັກ​ຂ່າວ​ໄດ້​ພົບ​ເຫັນ​ນາງ​ຫຼີ​ຫຼາຍ​ເຢ້ຍ​ເຊິ່ງ​ເປັນ​ຊາວ​ບ້ານ​ເຜົ່າ​ປູ້​ອີ່. ຕາມ​ການ​ແນະ​ນຳ, ກ່ອ​ນ​ນີ້​ປະ​ມານ 4 ປີ​ຫຼື 5 ປີ, ຜູ້​ນຳ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ເລີ່ມ​ປະ​ຕິ​ບັດ​ການ​ກໍ່​ສ້າງ​ບ້ານ​ຊົນ​ນະ​ບົດ​ທີ່​ສວຍ​ງາມ​ຢູ່​ບ້ານ​ຜີງ​ຈ້າຍ, ​ໂດຍ​ໄດ້​ສ້າງ​ສາ​ລາ​ໄມ້​ກວມ​ບໍ່​ນ້ຳ​ຂຶ້ນ​ໃນ​ເວ​ລາ​ນັ້ນ. ໃນ​ເມືອ​ກ່ອນ, ຊາວ​ໜຸ່ມ​ຂອງ​ບ້ານ​ຜີງ​ຈ້າຍ​ສ່ວນ​ຫຼາຍ​ໄດ້​ໄປ​ເຮັດ​ວຽກ​ຢູ່​​ຕ່າງ​ຖິ່ນ, ສ່ວນ​ນາງ​ຫຼີ​ຫຼາຍ​ເຢ້ຍ​​ພ້ອມ​ຄອບ​ຄົວ​ພັດ​ເຮັດ​ໄ​ຮ່​ໄຖ​ນາ​ເພື່ອ​ດຳ​ລົງ​ຊີ​ວິດ​ຢູ່​ກັບ​ບ້ານ. ພາຍ​ຫຼັງ​ບ້ານ​ຜີງ​ຈ້າຍ​ສ້າງ​ເປັນ​ບ້ານ​ຊົນ​ນະ​ບົດ​ທີ່​ສວຍ​ງາມ​ແລ້ວ, ໄດ້​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ຊາວ​ໜຸ່ມ​​ທີ່ໄປ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ​ລ້ວນ​ແຕ່​ໄດ້​ກັບ​ຄືນ​ມາ​ບ້ານ​ເກີດເພື່ອ​ດຳ​ເນີນ​ທຸ​ລະ​ກິດ, ຄອບ​ຄົວ​ຂອງ​ນາງ​ຫຼີ​ຫຼາຍ​ເຢ້ຍ​ກໍ​ໄດ້​ເປີດ​ເຮືອນ​ພັກ​ຊົນ​ນະ​ບົດ.

ຄຳ​ເຫັນ

0