黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແນວ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ປະ​ເທດ​ແລະ​ຄອບ​ຄົວ

2019-05-13 21:19:34 cri

​“​ແມ່​ຫຍິບ​ເສື້ອ​ຢ່າງ​ລະ​ອຽດ ໃຫ້​ລູກ​ນຸ່ງ​ໄປເພື່ອ​​ເດີນ​ທາງ​ໄກ”ໃນ​ງານອວຍ​ພອນ​ບຸນ​ກຸດ​ຈີນ​ປີ 2015 ທ່ານ​ສີ​ຈິ້ນ​ຜິງ​ໄດ້​ອ່ານ​ບົດ​ກະ​ວີ​ບົດ​ໜຶ່ງ​ທີ່​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກ​ກະ​ຕຸ້ນ​ໃຈ​ທີ່​ສຸດ.

ວັນ​ທີ 12 ທັນ​ວາ 2016 ໃນ​ເວ​ລາ​ພົບ​ປະ​ກັບ​ຄອບ​ຄົວ​ແບບ​ຢ່າງ​ທົ່ວ​ປະ​ເທດ​ຈີນ​ຊຸດ​ທີ​ໜຶ່ງ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ການ​ເຄົາ​ລົບ​ຜູ້​ເຖົ້າ ຮັກ​ແພງ​ເດັກ​ນ້ອຍ, ຜົວ​ແກ້ວ​ເມຍ​ຕາ, ຜູ້​ປົກ​ຄອງ​ລ້ຽງ​ດູ​ແລ​ລູກ​ຫຼານ, ຜູ້​ເປັນ​ລູກ​ຫຼານ​ມີ​ຄວາມ​ກະ​ຕັນ​ຍູ້​ຕໍ່​ພໍ່​ແມ່, ອ້າຍ​ນ້ອງ​ສາ​ມັກ​ຄີ​ກັນ, ສືບ​ທອດ​ປະ​ເພ​ນີ​ອັນ​ດີ​ງາມ, ຄຸ້ມ​ຄອງ​ຄອບ​ຄົວ​ໃຫ້​ມີ​ລະ​ບຽບ​ຮຽບ​ຮ້ອຍ, ຄຳ​ຮູ້​ມີ​ມາ​ລະ​ຍາດ, ເຄົາ​ລົບ​ກົດ​ໝາຍ​ກົດ​ລະ​ບຽບ​ການ, ຖືກ​ຕ້ອງ​ປອງດ​ອງ​ກັນ​ໃນ​ຄອບ​ຄົວ ແມ່ນ​ຄຸ​ນ​ສົມ​ບັດ​ອັນ​ດີ​ງາມ​ຂອງ​ຄອບ​ຄົວ​ຈີນ​ມາ​ແຕ່​ດົນ​ນານ, ເຊິ່ງ​ໄດ້​ຮັບ​ການ​ຈົດ​ຈຳ​ໄວ້​ຂອງ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ ແລະ​ຊາບ​ຊຶ້ມ​ຢູ່​ໃນ​ນິດ​ໃສ​ຂອງ​ຄົນ​ຈີນ, ເປັນ​ກຳ​ລັງ​ທາງ​ຈິດ​ໃຈ​ທີ່​ສຳ​ຄັນ​ທີ່​ໃຫ້​ປະ​ຊາ​ຊາດ​ຈີນ​ສືບ​ທອດ​ກັນ​ໄປ​ທຸກ​ເຊັ່ນ​ຄົນ.

ສົມ​ເປັນ​ອັນ​ທີ່​ວ່າ: ຮາກ​ເຫງົ້າ​ຂອງ​ໂລກນີ້​ຢູ່​ນຳ​ຄອບ​ຄົວ, ການ​ມີ​ຄວາມ​ກະ​ຕັນ​ຍູ້​ຕໍ່​ພໍ່​ແມ່, ເນັ້ນ​ຄວາມ​ຮັກ​ແພງ​ກັນ​ໃນ​ຄອບ​ຄົວ, ແມ່ນ​ແນ​ວ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ຄອບ​ຄົວ. ນັບ​ແຕ່​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ໄດ້​ກ່າວ​ເຖິງ​ຫຼາຍ​ເທື່ອ​ກ່ຽວ​ກັບ​ການ​ເຄົາ​ລົບ​ແລະ​ມີ​ຄວາມ​ກະ​ຕັນ​ຍູ້​ຕໍ່​ຜູ້​ເຖົ້າ​ຜູ້​ແກ່, ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຄອບ​ຄົວ, ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ສັ່ງ​ສອນ​ໃນ​ຄອບ​ຄົວ ແລະ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ສ້າງ​ແບບ​ແຜນ​ຄອບ​ຄົວ, ແລະ​ທ່ານ​ກໍ່​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ຕາມ​ແນ​ວ​ຄິດ​ຂອງ​ຕົນ​ເອງ:

ຮູບ​ຖ່າຍ 4 ໃບ

图片默认标题_fororder_1

ຮູບ​ຖ່າຍ​ໃບ​ນີ້​ໄດ້​ບັນ​ທຶກ​ໄວ້​ກ່ຽວ​ກັບ​ທ່ານ​ສີ​ຈິ້ນ​ຜິງ​ຍ່າງ​ເລາະ​ກັບ​ແມ່, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ຄວາມ​ກະ​ຕັນ​ຍູ້​ພໍ່​ແມ່​ແມ່ນ​ຢູ່​ນຳ​ກັນ​ຢູ່​ກັບ​ພໍ່​ແມ່​ຕະ​ຫຼອດ.

图片默认标题

ຢູ່​ໃນ​ຮູບ​ໃບ​ນີ້ ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍູ້​ລໍ້​ທີ່​ພໍ່​ນັ່ງ, ເລາະ​ກັບ​ທ່ານ​ນາງ​ເຜິງ​ລີ​ຢວນ ພັນ​ທະ​ຍາ ແລະ​ລູກ​ສາວ. ເຊິ່ງ​ໄດ້​ເປັນ​ແບບ​ຢ່າງ​ໃຫ້​ແກ່​ພັນ​ລະ​ຍາ​ແລະ​ລູກ​ໃນ​ການ​ມີ​ຄວາມ​ກະ​ຕັນ​ຍູ້​ຕໍ່​ຜູ້​ເຖົ້າ.

图片默认标题  

图片默认标题

ຮູບ​ຖ່າຍ​ສອງ​ໃບ​ນີ້​ຕ່າງ​ໄດ້​ບັນ​ທຶກ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ທ່ານ​ນາງ​ເຜິງ​ລີ​ຢວນ​ທີ່​ທ່ອງ​ທ່ຽວ​ຢູ່​ເກາະ​ຕົ່ງ​ຊານ​ແຂວງ​ຝູ​ຈ້ຽນ ແລະ​ທ່ານ​ສອນ​ລູກ​ສາວ​ໃນ​ການ​ຂີ່​ລົດ​ຖີບ​ໃນ​ເວ​ລາ​ທ່ານ​ເຮັດ​ວຽກ​ຢູ່​ແຂວງ​ຝູ​ໂຈ່ວ.

ເຊິ່ງ​ທັງ​ໝົດ​ເຫລົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄອບ​ຄົວ​ທີ່​ມີ​ຄວາມ​ສຸກ ເປັນ​ທີ່​ສະ​ແຫວງ​ຫາ​ຂອງ​ການ​ນຳ​ປະ​ເທດ ກໍ່​ເປັນ​ຄວາມ​ມຸ່ງ​ຫວັງ​ຂອງ​ທຸກໆ​ຄອບ​ຄົວ.

 

ອາ​ຫານ​ຄ່ຳ​ຄາບ​ໜຶ່ງ

ການ​ກະ​ຕັນ​ຍູ້​ພໍ່​ແມ່, ຮັກ​ແພງ​ເມຍ​ແລະ​ລູກ​ຫຼານ, ໃນ​ດ້ານ​ນີ້ ທ່ານ​ສີ​ຈິ້ນ​ຜິງ​ແມ່ນ​ແບບ​ຢ່າງ​ຂອງ​ພວກ​ເຮົາ​ມາ​ໂດຍ​ຕະ​ຫຼອດ. ໃນ​ເວ​ລາ​ເຮັດ​ວຽຢູ່​ແຂວງ​ເຈີ​ຈ່ຽງ, ທ່ານ​ສີ​ຈິ້​ນ​ຜິງ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຂ້າ​ພະ​ເຈົ້າ​ໂທ​ຫາ​ເມຍ​ທຸກມື້, ແຕ່ງ​ງານ​ມາ​ເປັນ​ເວ​ລາ 10 ກວ່າ​ປີ​ແລ້ວ, ພວກ​ເຮົາ​ໂທ​ລົມ​ກັນ​ທຸກມື້. ປີ​ໃດ​ທີ່​ທ່ານ​ນາງ​ເຜິງ​ລີ​ຢວນ​ມີ​ການ​ສະ​ແດງ​ໃນ​ງານ​ສະ​ຫຼອງ​ບຸນ​ກຸດ​ຈີນທີ່​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ​ທີ່​ເຮັດ​ວຽກ​ຢູ່​ຕ່າງ​ແຂວງ​ນັ້ນ​ກໍ່​ຈະ​ກັບ​ເມືອ​ປັກ​ກິ່ງ​ເພື່ອ​ເບິ່ງ​ລາຍ​ການ​ງານ​ສະ​ຫຼອງ​ບຸນ​ກຸດ​ຈີນ ທັງ​ຫໍ່​ຂະ​ໜົມ​ກ້ຽວ ເພື່ອ​ຖ້າ​ທ່ານ​ນາງ​ເຜິງ​ລີ​ຢວນ​ກັບ​ຈາກ​ການ​ສະ​ແດງ​ລາຍ​ການ​ແລ້ວ​ຈິ່ງ​ກິນ​ນຳ​ກັນ.

图片默认标题

ຄອບ​ຄົວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ເຖິງ​ສະ​ມາ​ຊິກ​ຄອ​ບ​ຄົບ​ຢູ່​ຄົນ​ລະ​ບ່ອນ ກໍ່​ຈະ​ຫ່ວງ​ໃຍ​ເຊິ່ງ​ກັນ​ແລະ​ກັນ. ຫຼັງ​ກອງ​ປະ​ຊຸມ​ພັກ​ຄັ້ງ​ທິ 18 ເປັນ​ຕົ້ນ​ມາ ໃນ​ເວ​ລາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ, ທ່ານ​ນາງ​ເຜິງ​ລີ​ຢວນ​ກໍ່​ຈະ​ໄປ​ກັບ​ທ່ານ​ສີ​ຈິ້ນ​ຜິງ ເພື່ອ​ສະ​ແດງ​ໃຫ້​ທົ່ວ​ໂລກ​ໄດ້​ເຫັນ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຄອບ​ຄົວ​ຈີນ.

图片默认标题

ຈົດ​ໝາຍ​ຈາກ​ຄອບ​ຄົວ​ກ້າມ​ໜຶ່ງ

ວັນ​ທີ 15 ຕຸ​ລາ 2001 ແມ່ນ ວັນ​ເກີດ​ຂອງ​ທ່ານ​ສີ​ຈຸ້ງ​ຊຸນ ພໍ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ. ໂດຍ​ໄດ້​ຈັດ​ໃຫ້​ມີ​ງານ​ສະ​ຫຼອງວັນ​ເກີດ​ຂຶ້ນ ແຕ່​ທ່ານ​ສີ​ຈິ້ນ​ຜິງ ໄລ​ຍະ​ນັ້ນ​ເປັນ​ເຈົ້າ​ແຂວງ​ແຂວງ​ຝູ​ຈ້ຽນ​ຍ້ອນ​ຫຍຸ້ງ​ນຳ​ວຽກ ຈິ່ງ​ບໍ່​ໄດ້​ໄປ​ຮ່ວມ​ງານ​ວັນ​ເກີດ​ຂອງ​ພໍ່, ທ່ານ​ໄດ້​ສົ່ງຈົດ​ໝາຍ​ກ້າມ​ໜຶ່ງ​ໄປ​ຍັງ​ພໍ່ ໂດຍຂຽນ​ວ່າ: ນັບ​ແຕ່​ລູກ​ເກີດ​ມາ ໄດ້​ຢູ່​ກັບ​ພໍ່​ແມ່​ເປັນ​ເວ​ລາ 48 ປີ​ແລ້ວ, ຮູ້​ສຶກວ່າ​ເຂົ້າ​ໃຈ​ພໍ່​ແມ່​ຢ່າງ​ເລິກ​ເຊິ່ງ​ເໝືອນ​ດັ່ງ​ຄວາມ​ຮັກ​ແພງ​ຕໍ່​ພໍ່​ແມ່​ທີ່​ເລິກ​ເຊິ່ງ. ລູກ​ຈະ​ສືບ​ທອດ​ແລະ​ຮຽນ​ເອົາ​ຄຸນ​ສົມ​ບັດ​ອັນ​ສູງ​ສົ່ງ​ຈາກ​ພໍ່​ໃຫ້​ໄດ້​.

ຈົດ​ໝາຍ​ກ້າມ​ໜຶ່ງ ເຕັມ​ໄປ​ດ້ວຍ​ຄວາມ​ຂໍ​ອ​ະ​ໄພ ແລະ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ພໍ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ. ຈາ​ກ​ຈົດ​ໝາຍ​ກ້າມນີ້ ພວກ​ເຮົາ​ໄດ້​ເຫັນ​ຄວາມ​ຮັກ​ຕໍ່​ພໍ່​ຢ່າງ​ເລິກ​ເຊິ່ງ​ຂອງ​ທ່ານ ​ແລະ​ຍັງ​ໄດ້​ເຫັນ​ຄຳ​ສັນ​ຍາ​ຂອງ​ຜູ້​ສືບ​ທອດ​ຈິດ​ໃຈ​ປະ​ຕິ​ວັດ.

图片默认标题

ບົດ​ກະ​ວີ​ບົດ​ໜຶ່ງ

ໃນ​ງານ​ອວຍ​ພອນ​ບຸນ​ກຸດ​ຈີນ​ປີ 2015 ທ່ານ​ສີ​ຈິ້ນ​ຜິງ​ໄດ້​ອ່ານ​ບົດ​ກອນ​ບົດ​ໜຶ່ງ​ທີ່​ສະ​ແດງ​ເຖິງ​ຄວາມ​ຮັກ​ແພງ​ຕໍ່​ພໍ່​ແມ່.

图片默认标题

ໃນ​ການ​ປະ​ກອບ​ຄຳ​ເຫັນ​ຄັ້ງ​ນີ້ ທ່ານ​ໄດ້​ສະ​ເໜີ​ອອກ​ມາ​ວ່າ: ບໍ່​ວ່າ​ຍຸກ​ສະ​ໄໝ​ຈະ​ປ່ຽນ​ແປງ​ແນວ​ໃດ, ບໍ່​ວ່າ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຮົາ​ຈະ​ປ່ຽນ​ແປງ​ແນວ​ໃດ, ພວກ​ເຮົາ​ລ້ວນ​ແຕ່​ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ການ​ສ້າງ​ສາ​ຄອບ​ຄົວ, ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຄອບ​ຄົວ, ຕໍ່​ການ​ສັ່ງ​ສອນ​ໃນ​ຄອ​ບ​ຄົວ ແລະ​ການ​ສ້າງ​ແບບ​ແຜນ​ຂອງ​ຄອ​ບ​ຄົວ…ເຮັດ​ໃຫ້​ຄອບ​ຄົວ​ນັບ​ເປັນ​ລ້ານ​ເປັນ​ແສນ​ກາຍ​ເປັນ​ພື້ນ​ຖານ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ, ຄວາມ​ກ້າວ​ໜ້າ​ຂອງ​ຊົນ​ຊາດ​ແລະ​ຄວາມ​ຖືກ​ຕ້ອງ​ປອງດອງ​ທາງ​ສັງ​ຄົມ.

 

ຄຳ​ເວົ້າ​ຕອນ​ໜຶ່ງ

ໃນ​ພິ​ທີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ເມື່ອວັນ​ທີ 26 ມັງ​ກອນ 2017 ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ ໂດຍ​ນຳ​ເອົາ ສາມ​ບໍ່​ຕ້ອງ ​ມາ​ສູ່​ຟັງ​ວ່າ: ບໍ່​ຕ້ອງ​ເຮັດ​ໃຫ້​ຄວາມ​ຮັກ​ແພງ​ຢ່າງ​ຈິ​ງ​ໃຈ​ຂາດ​ສະ​ບັ້ນ​ໄປ​ຍ້ອນ​ມີ​ໄລ​ຍະ​ທາງ​ຫ່າງ​ເຫີນ​ກັນ, ບໍ່​ຕ້ອງ​ຫຼົງ​ລືມ​ຄວາມ​ຮັກ​ແພງ​ຢ່າງ​ຈິ​​ງໃຈ​ຍ້ອນ​ຫຍຸ້ງ​ນຳ​ວຽກ​ທຸກມື້, ບໍ່​ຕ້ອງ​ປະ​ໝາດ​ຄວາມ​ຮັກ​ແພງ​ຢ່າງ​ຈິງ​ໃຈ​ຍ້ອນ​ການ​ສູ້​ຊົນ​ຢ່າງ​ເມື່ອຍ.

ທ່ານ​ຍັງ​ໄດ້​ບອກວ່າ: ຄອບ​ຄົວ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ອາ​ໃສ​ຂອງ​ຮ່າງ​ກາຍ​ຄົນ​ເຮົາ, ຍັງ​ຄວນ​ແມ່ນ​ບ່ອນ​ພັກ​ຂອງ​ຈິດ​ໃຮ​ຄົນ​ເຮົາ.

​ຢູ່ຄອບ​ຄົວ ໃຫ້​ມີ​ຄວາມ​ກະ​ຕັນ​ຍູ້​ຕໍ່​ພໍ່​ແມ່, ​ຢູ່​ກັບ​ປະ​ເທດ​ໃຫ້​ມີ​ຄວາມ​ຈົ່ງ​ຮັກ​ພັກ​ດີ.

图片默认标题

ນີ້​ຄື​ແນວ​ຄິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ປະ​ເທດ​ແລະ​ຄອບ​ຄົວ. ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ຈີນ​ທີ່​ມີ​ປະ​ຊາ​ກອນ 1 ຕື້ກວ່າ​ຄົນ​ພວມ​ສ້າງ​ແບບ​ແຜນ​ຄອບ​ຄົວ​ທີ່​ດີ​ງາມ ເພື່ອ​ເພີ່ມ​ສີ​ສັນ​ໃຫ້​ແກ່​ຊີ​ວິດ​ອັນ​ດີ​ງາມ, ທັງ​ເປັນ​ການ​ຊຸ​ກ​ຍູ້​ການບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແຫ່ງ​ປະ​ຊາ​ຊາດ​ຈີນ.

 

ຄຳ​ເຫັນ

0