黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ໄຂ​ກາ​ນີວາ​ນວັດ​ທະ​ນະ​ທຳ​ອາ​ຊີ

2019-05-15 22:26:58 cri


    ຕອນ​ຄ່ຳ​ວັນ​ທີ 15 ພຶດ​ສະ​ພາ​ນີ້, ​ກາ​ນີວາ​ນວັດ​ທະ​ນະ​ທຳ​ອາ​ຊີ​ໄດ້ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​​ນະ​ຄອນ​ຫຼວງປັກ​ກິ່ງ, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ໄຂ​ພິ​ທີ​ຄື​ດັ່​ງ​ກ່າວ​ຕໍ່​ໄປ​ນີ້.

ຮຽນ​ບັນ​ດາ​ແຂກ​ຜູ້​ມີ​ກຽດ, ທ່ານ​ຍິງ, ທ່ານ​ຊາຍ ແລະ ເພື່ອນ​ມິດ​ທັງ​ຫຼາຍ:   

ສະ​ບາຍ​ດີ​ຕອນ​ຄ່ຳ! ​​ຕົ້ນລະ​ດູ​ຮ້ອນ​ສົມ​ກັບ​ທ້ອງ​ຟ້າ​ຍາມ​ຄ່ຳ​ຄືນ​ທີ່ກວ້າງ​ໃຫຍ່. ໃນ​ຍາມ​ທີ່​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ຊີ​ວິດ​ຊີ​ວາ​ນີ້, ແຂກ​ຜູ້​ມີ​ກຽດ, ສິ​ລະ​ປິນ ແລະເພື່ອນ​ມິດ​ຊາວ​ໜຸ່ມ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​​ໄດ້​ມາເຕົ້າ​ໂຮມ​ກັນ​ຢູ່​​ປັກ​ກິ່ງ, ສະ​ຫຼອງວັນ​ບຸນ​ວັດ​ທະ​ນະ​ທຳ​ທີ່​ມ່ວນ​ຊື່ນ ແລ​ະ ສິ​ລິ​ມຸງ​ຄຸນ​ຮ່ວມ​ກັນ​ດ້ວຍ​ຮູບ​ແບບ​ກາ​ນີ​ວານ. ກ່ອນ​ອື່ນ​ໝົດ​, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ແຂກ​ຜູ້​ມີ​ກຽດ ແລະ ສິ​ລະ​ປິນ​ບັນ​ດາ​ທ່ານ​ມາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຄັ້ງ​ນີ້!
    ດອກ​ເບັ່ງ​ບານ​​ເຕັມ​ສວນ, ​ສິ່ງ​ຕາງໆ​ຮ່ວມ​ກັນສ້າງຄວາມ​ງາມ. ບັນ​ດາ​ປະ​ເທດອາ​ຊີ​ລ້ວນ​ແຕ່​ມີ​ວັດ​ທະ​ນະ​ທຳ​ອັ​ນ​ຮຸ່ງ​ເຮືອງ​ມາ​ແຕ່​ບູ​ຮານ​ນະ​ການ, ​ມີເອ​ກະ​ລັກ​ຂອງ​ຕົນ ແລະ ​ມີ​ລັກ​ສະ​ນະ​ພິ​ເສດ, ທັງ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ ​ແລະ​ສ່ອງ​ແສງ​ກັນ. ອາ​ລະຍະ​ທຳ​​ອາ​ຊີ​ທີ່ມີ​ຫຼາຍ​ເຄົ້າ​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ອາ​ຊີ​​ມີ​ຄວາມອຸ​ດົມ​ສົມ​ບູນ ແລະ ຍິ່ງ​ມີ​ພະ​ລັງ​ຊີ​ວິດ​ຖາ​ວອນ. ຕອນ​ຄ່ຳ​ມື້​ນີ້, ດອກ​ໄມ້​ແຫ່ງ​ວັດ​ທະ​ນະ​ທຳ​ອາ​ຊີ​ທີ່​ມີ​​ຫຼາກຫຼາຍ​ຮູບ​​ສີ​ສັນ​ຈະ​ເບັ່ງ​ບານ​ຢ່າງ​ເຕັມ​ທີ່, ສິ​​ລະ​ປະ​ຈະ​ຂ້າມ​ຜ່ານ​ຊົນ​ເຜົ່າ, ເຂົ້າ​ເຖິງດວງໃຈ, ເຊື່ອມ​ຕໍ່​ແນວ​ຄິດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ອາ​ຊີ​ທີ່​ສວຍ​ສົດ​ງົດ​ງາມ, ມີ​ພະ​ລັງ​ຊີ​ວິດ ​ມີ​ສັນ​ຕິ​ພາບ ແລະ ກ້າວ​ໜ້າ​ຕໍ່​ທົ່ວ​ໂລກ.
    ມາ​ແຕ່​ບູ​ຮານ​ນະ​ການ​ແລ້ວ, ຊາວ​ຈີນ​ໄດ້​ເຊີດ​ຊູ​ແນວ​ຄິດ​ “​ມິດ​ຕະ​ພາບ​ກັບ​ປະ​ເທດ​ໃກ້​ຄຽງ ເປັນ​ມໍ​ລະ​ດົກ​​ຂອງ​ຊາດ”, “ຍາດ​ພີ່​ນ້ອງ​ອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ, ຜູ້​ຢູ່​ໃກ້​ຄຽງ​ອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ” ເປັນ​ຕົ້ນ. ປະ​ຊາ​ຊົນ​ຈີນ​ຫວັງ​ຢ່າງ​ຈິງ​ໃຈວ່າ​ບັນ​ດາ​ປະ​ເທດ​ອາ​ຊີ​​ຈະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ສຸກ​ຮ່ວມ​ທຸກ​, ກ້າວ​ໜ້າ​​ໄປ​ຕາມ​ບາດ​ກ້າວ​ຂອງ​ທົ່ວ​ໂລກ, ພັດ​ທະ​ນາ​ໄປ​ຕາມ​ກະ​ແສ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ໂລກ, ​ເພື່ອຮ່ວມ​ກັນ​ສ້າງ​​ອະ​ນາ​ຄົດ​ທີ່​ດີ​ງາມ​ກວ່າ​ເກົ່າ​ຂອງ​ອາ​ຊີ ແລະ ໂລກ.
    ທ່ານ​ຍິງ ທ່ານ​ຊາຍ ​ເພື່ອນມິດ​ທັງ​ຫຼາຍ!
    ດຽວ​ນີ້, ຂ້າ​ພະ​ເຈົ້າ​ປະ​ກາດ​ ​ກາ​ນີ​ວານ​ວັດ​ທະ​ນະ​ທຳ​ອາ​ຊີ​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ!

ຄຳ​ເຫັນ

0