覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ປະ​ຊາ​ຊົນຖານ​ທີ່​ໝັ້ນ​ຂອງ​ການ​ປະ​ຕິ​ວັດ​ຢູ່​ແຂວງ​ຈ່ຽງ​ຊີ່

2019-05-21 15:56:33 cri

图片默认标题_fororder_sifhlsfhlsfhlsfjlskaohflsfe1

 ວັນ​ທີ 20 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ແຂວງ​ຈ່ຽງ​ຊີ່ ທີ່​ຕັ້ງ​ຢູ່​ພາກ​ກາງ​ຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ເຖິງເມືອງ​ຢ​ວີ​ຕູ່ ນະ​ຄອນ​ກ້ານ​ໂຈ່ວ ເຊິ່ງ​ເປັນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ແລະ​ເລີ່ມ​ຕົ້ນ​ເຄື່ອນ​ທັບ​ທາງ​ໄກ​ຂອງກອງ​ທັບ​ແດງ​ສູນ​ກາງ​ ໃນ​ໂອ​ກາດ​ນີ້, ​ທ່ານ​ໄດ້​ວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ອະ​ນຸ​ສາ​ວະ​ລີ​ສະ​ຖານ​ທີ່ເລີ່ມ​ຕົ້ນ​ເຄື່ອນ​ທັບ​ທາງ​ໄກຂອງກອງ​ທັບ​ແດງ​ ແລະ​ຍັງ​ໄດ້​ພົບ​ປະ​ກັບ​ ​ຄົນ​ຮຸ່ນຫຼັງ​ຂອງ​ທະ​ຫານກອງ​ທັບ​ແດງ, ຜູ້​ຕາງ​ໜ້າ​ຄອບ​ຄົວ​ຜູ້​ເສຍ​ສ​ະຫຼະ​ຊີ​ວິດ​ເພື່ອ​ການປະ​ຕິ​ວັດ ທັງ​​ໄດ້​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ບ້ານ​ຖານ​ໂຖ ເຊິ່ງ​ເປັນ​ຖານ​ທີ່​ໝັ້ນ​ຂອງ​ການ​ປະ​ຕິ​ວັດ.


图片默认标题_fororder_sifhlsfhlsfhlsfjlskaohflsfe2
 

   ຢູ່​​ຫໍ​ລະ​ນຶກ​ການ​ປະ​ຕິ​ວັດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້​ພົບ​ປະ​ກັບ​​ຄົນ​ຮຸ່ນຫຼັງ​ຂອງ​ທະ​ຫານກອງ​ທັບ​ແດງ, ຜູ້​ຕາງ​ໜ້າ​ຄອບ​ຄົວ​ຜູ້​ເສຍ​ສ​ະຫຼະ​ຊີ​ວິດ​ເພື່ອ​ການ​ປະ​ຕິ​ວັດຂອງ​ເມືອງ​ຢ​ວີ​ຕູ່ດ້ວຍ​ຄວາມ​ສະ​ໜິດ​ສະ​ໜົມ. ທ່ານ​ກ່າວ​ວ່າ: ທຸກ​ມື້​ນີ້, ປະ​ເທດ​ມີ​ການ​ພັດ​ທະ​ນາ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກໍ​ດີ​ຂຶ້ນ, ພວກ​ເຮົາ​ຕ້ອງ​ຈາ​ລຶກ​ບຸນ​ຄຸນ​ແລະ​ຄຸນ​ງາມ​ຄວາມ​ດີ​ຂອງ​ນັກ​ຮົບ​ປະ​ຕິ​ວັດ​ຜູ້​ເສຍ​ສະຫຼະ​ໂດຍ​ບໍ່​ມີ​ວັນ​ຫຼົງ​ລືມ.


图片默认标题_fororder_sifhlsfhlsfhlsfjlskaohflsfe3

ຄຳ​ເຫັນ

0