李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປ່ອງ​ທຳ​ອິດ​ຂອງ​ຂົວ​ຂ້າມແມ່​ນ້ຳ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ສຳ​ເລັດ​ການ​ເຊື່ອມ​ຕໍ່​ກັນ

2019-05-22 14:47:46 cri

    ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ຮັບ​ຜິດ​ຊອບ​ການ​ສ້າງ​ແລະ​ດຳ​ເນີນ​ທຸ​ລະ​ກິດ​ທາງ​ລົດ​ໄຟ​ຈີນ-ລາວ ແຈ້ງ​ໃຫ້​ຊາບ​ໃນ​ວັນ​ທີ 21 ພຶດ​ສະ​ພານີ້​ວ່າ: ປ່ອງ​ທຳ​ອິດ​ຂອງ​ຂົວ​ຂະ​ໜາດ​ໃຫຍ່​​ຂ້າມ​ແມ່​ນ້ຳ​ຂອງ​ຕອນຫຼວງ​ພະ​ບາງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ຮັບ​ເໝົາ​ການກໍ່​ສ້າງ​ໂດຍ​ກຸ່ມ​ບໍ​ລິ​ສັດ​ວິ​ສະ​ວະ​ກຳ​ເລກ 8 ທາງ​ລົດ​ໄຟ​ຈີນ ໄດ້​ສຳ​ເລັດ​ການ​ເຊື່ອມ​ຕໍ່​ເຂົ້າ​ກັນ​ຢ່າງ​ສຳ​ເລັດ​ຜົນໃນຕອນ​ເຊົ້າ​ວັນ​ທີ 18 ພຶດ​ສະ​ພານີ້, ອັນ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ສ້າງ​ຂົວ​ດັ່ງ​ກ່າວ​ໃຫ້​ສຳ​ເລັດ​ໃນ​ຕໍ່​ໜ້າ ແລະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ປະ​ຕິ​ບັດ​ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ສະ​ດວກ.

    ຂົວ​​ຂະ​ໜາດໃຫຍ່​​ຂ້າມ​ແມ່​ນ້ຳ​ຂອງຕອນຫຼວງ​ພະ​ບາງ​ມີ​ຄວາມ​ຍາວ​ທັງ​ໝົດ 1.458,9 ແມັດ​, ແມ່ນ​ໂຄງ​ການ​ສຳ​ຄັນ​ຂອງ​ທາ​ງ​ລົດ​ໄຟ​ຈີນ-ລາວ. ຂົວ​ຂ້າມ​ແມ່​ນ້ຳ​ຂອງດັ່ງ​ກ່າວ ມີ 5 ເສົາ​ຕົ້ນ​ຕໍ​ຢູ່​ໃນ​ນ້ຳ, ຍ້ອນ​ວ່າ​ນ້ຳ​ຂອງ​ຕອນນີ້​ເລິກ​ສົມ​ຄວນ, ນ້ຳ​ໄຫຼ​ອ່າວ​​ແຮງ, ສະ​ນັ້ນ, ການ​ສ້າງ​ຂົວ​ດັ່ງ​ກ່າວ​ຈຶ່ງ​ມີ​ຄວາມ​ສ່ຽງ​ສູງ ແລະ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ.

ຄຳ​ເຫັນ

0