覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ,ລາວ,ໄທ​ແລະ​ມຽນ​ມາ​ເລີ່ມ​ຕົ້ນ​ການ​ລາດ​ຕະ​ເວນ​ຮ່ວມຕາມ​ລຳ​ແມ່​ນ້ຳ​ຂອງຄັ້ງ​ທີ 82

2019-05-22 11:45:58 cri

ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວ​ງ​ຢູນ​ນານ​ສ​ປ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ: ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຈີນ,ລາວ,ໄທ​ແລະ​ມຽນ​ມາ​ໄດ້​ເປີດ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງ​​ຄັ້ງທີ 82ໃນ​ຕອນ​ເຊົ້າ​ວັນ​ທີ 21 ພຶດ​ສະ​ພາ​ນີ້. ເຮືອ​ປະ​ຕິ​ບັດ​ໜ້າ​ທີ່ 8 ລຳ​ທີ່​ເຂົ້າ​ຮ່ວມ​ການ​ລາດ​ຕະ​ເວນຕ່າງ​ກໍໄດ້​ອອກ​ຈາກ​ທ່າ​ເຮືອ​​ການ​ລ໋ານ​ປ້າ​ຂອງ​ຈີນ, ບ້ານ​ຊຽງ​ກົກ​,ບ້ານມອມຂອງ​ລາວ​ແລະ​ວານ​ປົງ​ຂອງ​ມຽນ​ມາ​ ເມື່ອ​ເຕົ້າ​ໂຮມ​​ເຂົ້າ​ກັນ​ເປັນ​ກອງ​ລາ​ຕະ​ເວນ​ປະ​ສົມ​ແລະ​ໄດ້​ເລີ່ມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ເພື່ອ​ປະ​ຕິ​ບັດ​ກົດ​ໝາຍ.
 

    ກ່ອນ​ເລີ່ມ​ຕົ້ນ​ການ​ລາ​ດ​ຕະ​ເວນ​ຮ່ວມ, ສອງ​ປະ​ເທດ​ໄດ້​ຈັດ​ກອງ​ປະ​ຊຸມ​ຜູ້​ບັນ​ຊາ​ການ​ປະ​ສົມແລະ​ກອງ​ປະ​ຊຸ​ມ​ແລກ​ປ່ຽນ​ຂ່າວ​ລັບ ​ຢູ່​ເມືອງ​ຊຽງ​ຮຸ່ງ ສ​ປ ຈີນ ເພື່ອ​ຮ່ວມ​ກັນ​ວິ​ເຄາະ​ແລະ​ປະ​ເມີນ​ສະ​ພາບ​ຄວາມ​ສະ​ຫງົບ​ຢູ່​​ຕາມ​ລ່ອງ​ແມ່​ນ້ຳ​ຂອງ​ໃນ​ໄລ​ຍະ​ນີ້ ແລະ​ປຶກ​ສາ​ຫາ​ລື​ແຜນ​ການ​ເຄື່ອນ​ໄຫວ​ທັງ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ.

ຄຳ​ເຫັນ

0