尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈດ​ຕະ​ນາ​ຂັດ​ຂວາງ​ຈີນ​ດ້ວຍ​ການ​ກະ​ທຳ​ເຈົ້າ​ມະ​ຫາ​ອຳ​ນາດ​ດ້ານ​ເຕັກ​ນິກ​ແມ່ນ​ແນວ​ຄິດ​ທີ່​ລະ​ເມີ​ເພີ້​ຝັນ

2019-05-23 15:46:25 cri

ຫຼັງ​ຈາກ​ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ຄຳ​ສັ່ງ​ໃນ​ການ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ການ​ສົ່ງ​ອອກ​ສູ່​ບໍ​ລິ​ສັດ​​ຫົວ​ເຫວີຍ​ຂອງ​ຈີນ​ແລ້ວ, ຫວ່າງ​ມໍ່ໆ​ມາ​ນີ້, ອາ​ເມ​ຣິ​ກາ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທີ່​ບໍ​ລິ​ສັດເຕັກ​ໂນ​ໂລ​ຢີ DJI SZ​ ຈຳ​ກັດ​ຂອງຈີນ​ຜະ​ລິດ​ນັ້ນມີ​ອຸ​ປະ​ກອນ​ດັກ​ຝັງດ້ານ​ຂໍ້​ມູນ​ຂ່າວ​ສານ​ທີ່​ເຊື່ອງ​ຊ້ອນ​ໄວ້,ພ້ອມ​ທັງ​ຂົ່ມ​ຂູ່​ວ່າ​ຈະ​ຈັດ​ເອົາ​ບໍ​ລິ​ສັດ​ຮິກວີ​ເຊີນ​ທີ່​ເປັນ​ບໍ​ລິ​ສັດ​ຜະ​ລິດ​ອຸ​ປະ​ກອນ​ກ້ອງວົງ​ຈອນ​ປິດຂອງ​ຈີນ​ເຂົ້າ​ໃນ​​ບັນ​ຊີດຳ​ໃນ​ຫຼາຍ​ອາ​ທິດ​ຕໍ່​ໜ້າ,ເພື່ອ​ຈຳ​ກັດ​ບໍ່​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ​ຊື້​ເຕັກ​ນິກ​ນຳ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ.ໃນ​ຖາ​ນະ​ເປັນ​​ມະ​ຫາ​ອຳ​ນາດປະ​ເທດ​ດຽວ​ໃນ​ໂລກ, ເຖິງວ່າ​ອາ​ເມ​ຣິ​ກາ​ໄດ້​ມີ​ກຳ​ລັງ​ຕົວ​ຈິງ​ທີ່​ເຂັ້ມ​ແຂງກວ່າ​ໝູ່​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ,ການ​ທະ​ຫານ​ແລະ​ເສດ​ຖະ​ກິດ​ກໍ່​ຕາມ,ແຕ່ພັດ​ມີ​ນັກ​ການ​ເມືອງ​ບາງ​ຄົນ​ມີ​ໃຈ​ຄໍ​ຄັບ​ແຄບ​ທີ່ສຸດ,ບໍ່​ຢາກ​ເຫັນ​ປະ​ເທດ​ອື່ນ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ,​ທັງ​ບໍ່​ຢາກ​ເຫັນ​ປະ​ເທດ​ອື່ນ​ລື່ນ​ກາຍ​ຕົນ​ເອງ​ໃນ​ບາງ​ຂົງ​ເຂດ​.

 

ໃນ​ຖາ​ນະ​ເປັນ​ຕົວ​ແທນຂອງອຸ​ດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ນຳ​ໜ້າ​ຂອງ​ຈີນ,ບໍ​ລິ​ສັດ​ຫົວ​ເຫວີຍ,ບໍ​ລິ​ສັດ DJI, ບໍ​ລິ​ສັດ CRRC, ບໍ​ລິ​ສັດ​ຮິກວີ​ເຊີນ​ແລະ​ບໍ​ລິ​ສັດ​ອື່ນໆ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບຈາກ​ຕະ​ຫຼາດ​ສາ​ກົນ​ຍ້ອນ​ມີ​ຜະ​ລິດ​ຕະ​ພັນແລະ​ເຕັກ​ນິກ​ທີ່​ມີ​ຄຸນ​ນະ​ພາບດີແລະ​ລາ​ຄາ​ທີ່​ສົມ​ເຫດ​ສົມ​ຜົນ,​ທັງ​ມີມາດ​ຖານ​​ດ້ານຄວາມ​ປອດ​ໄພ​ທີ່​ຜ່ານ​ການກວ​ດ​ກາ​ແລະ​ຮັບ​ຮອງ​ຢ່າງ​ເຄັ່ງ​ຄັດ​ຈາກ​ຫຼາຍ​ປະ​ເທດ​​ໃນ​ໂລກ​ເຊິ່ງ​ລວມ​ທັງ​ອາ​ເມ​ຣິ​ກາ​ເອງ.

ຕາມ​ຄວາມ​ເປັນ​ຈິງ, ບໍ່​ວ່າ​ບໍລິສັດ​ຫົວ​ເຫວີຍ ຫຼື​ບໍລິສັດ DJI ກໍ​ຄືນັກ​ການ​ເມືອງ​ບາງ​ຄົນ​ຂອງ​ອາ​ເມຣິກາ​ໂຍນ​ຄວາມ​ຜິດ​ໃຫ້​ດ້ວຍ​ຂໍ້​ອ້າງ “​ໄພ​ຂົ່ມຂູ່​ແຫ່ງ​ຊາດທີ່​ແຝງ​ຂ້ອຣ” ​ໂດຍ​ບໍ່​ມີ​ຫຼັກ​ຖານ​ແຕ່​ປະການ​ໃ​ດ.

ການ​ກະທຳ​ອັນ​ບັງອາດ​ເປີດ​ແປນ​ຂອງ​ນັກ​ການ​ເມືອງ​ອາ​ເມຣິກາ​ໄດ້​ເຮັດ​ໃຫ້​ຜູ້​ເບິ່ງ​ກວ້າງ​ເຫັນ​ໄກ​ຫຼາຍ​ທ່ານ​ຂອງ​ອາ​ເມຣິກາ​ຮູ້​ສຶກວ່າ​ບໍ່​ເປັນ​ທຳ. ທ່ານ​ແຊກ ນັກ​ເສດຖະສາດ​ທີ່​ມີ​ຊື່​ສຽງ​ໂດ່ງດັງ​ຂອງ​ອາ​ເມຣິກາ​ໄດ້​ກ່າວ​ແບບ​ກົງ​ໄປ​ກົງ​ມາ​ວ່າ: “ຄວາມ​ຜິດ” ຢ່າງ​ດຽວ​ຂອງ​ຈີນ​ກໍ​ຄື​ມີ​ພົນລ​ະ​ເມືອງ 1,4 ຕື້​ຄົນ ​ເຊິ່ງ​ໄດ້​ທຳລາຍ​ແນວ​ຄິດ​ຈອງ​ຫອງ​ທີ່​ຢາກ​ຄອບ​ຄອງ​ໂລກ​ຂອງ​ອາ​ເມຣິກາ.

ຕໍ່​ວິ​ສາ​ຫະກິດ​ຈີນ​ທີ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ນານາປະການ​ໃນ​ຕະຫຼາດ​ຕ່າງປະ​ເທດ, ການ​ກະທຳ “ຂັດຂວາງ​ດ້ານ​ເຕັກນິກ” ຂອງ​ອາ​ເມຣິກາ​ເທື່ອ​ນີ້​ເປັນ​ສິ່ງ​ທ້າ​ທາຍ ​ແລະ​ເປັນ​ສິ່ງ​ທົດ​ສອບ​ໃໝ່​ທີ່​ວິ​ສາ​ຫະກິດ​ຈີນ​ພວມ​ປະ​ເຊີນ​ຢູ່​​ເຊິ່ງຄາດ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ໃນ​ໄລຍະ​ສັ້ນ. ​ແຕ່​ໃນ​ອະນາຄົດ, ວິ​ສາ​ຫະກິດ​ຈີນ​ຕ້ອງ​ປ່ຽນ​ຈາກ​ການ​ຖືກ​ຂັດຂວາງ​ໂດຍ​ອາ​ເມຣິກາ​ຫັນ​ເປັນ​ໂອກາດ ​ແລະ​ເປັນ​ກຳລັງ​ຊຸກ​ດັນ​ໃນ​ການ​ເພິ່ງ​ຕົນ​ເອງ​ດ້ານ​ວິທະຍາສາດ​ເຕັກນິກ. ຈີນ​ຈະ​ເຕີບ​​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ທ່າມກາງ​ສິ່ງ​ທ້າ​ທາຍ​ຕ່າງໆ ​ເຊິ່ງຈະ​ເປັນ​ການ​ຕອບ​ໂຕ້​ຄືນ​ທີ່​ດີ​ທີ່​ສຸດ​ຕໍ່ “ລັດທິ​ເຈົ້າ​ມະຫາ​ອຳນາດ” ຕ່າງໆ.

ຄຳ​ເຫັນ

0