吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພັກ​ຮ່ວມ​ລັດຖະບານຟິລິບ​ປິນ​​ໄດ້ຮັບ​ໄຊຊະນະ​ໃນ​ການ​ເລືອກຕັ້ງ​ທົ່ວ​ໄປ​​ກາງສະ​ໄໝຂອງ​ສະພາ​ແຫ່ງ​ຊາດ

2019-05-23 17:15:36 cri

ວັນ​ທີ 22 ພຶດສະພາ​ນີ້, ຄະນກຳມະການການ​ເລືອກຕັ້ງ​ທົ່ວ​ໄປ​ຟິລິບ​ປິນ​ໄດ້​ເປີດ​ເຜີຍ​ວ່າ: ພັກ​ຮ່ວມ​ລັດຖະບານ​ຟິລິບ​ປິນ​ໄດ້​ຮັບທີ່​ນັ່ງ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ໃນສະພາ​ຕ່ຳ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປກາງ​ສະ​ໄໝ​ທີ່​ຈັດ​ຂຶ້ນ​​ເມື່ອ​ບໍ່​ດົນ​ມາ​ນີ້ ​ແລະ​​ໄດ້ຮັບ 9 ທີ່​ນັ່ງ​ຂອງ​ທັງ​ໝົດ 12 ທີ່ນັ່ງ​ໃນ​ສະພາ​ສູງ​​ໃນການ​ເລື​ອກຕັ້ງ​ທົ່ວ​ໄປ​ເຊັ່ນ​ດຽວ​ກັນ.

ການ​ເລືອກ​ຕັ້ງ​ທົ່ວ​ໄປກາງ​ສະ​ໄໝຂອງ​ຟິລິບ​ປິນ​ໄດ້​ຈັດ​ຂຶ້ນ​​ໃນ​ວັນ​ທີ 13 ພຶດສະພາ​ຜ່ານ​ມາ. ຕາມຜົນ​ການ​ເລືອກ​ຕັ້ງ, ​ໃນ​ສະມາຊິກ​ສະພາ​ສູງ 12 ຄົນ​ນັ້ນ, ມີ 4 ຄົນ​ມາ​ຈາກ​ພັກ​ພະລັງ​ປະຊາຊົນ​ປະຊາທິປະ​ໄຕ ​ແລະ​ມີ 5 ຄົນ​ມາ​ຈາກ​ພັກ​ປະຊາຊົນ, ພັກ​ພະລັງ​ປະຊາທິປະ​ໄຕ​ມຸສ​ລິ​ມ-ຄຣີສ, ພັກ​​ເພື່ອ​ປະຊາທິປະ​ໄຕ​ຟິລິບ​ປິນ ​ແລະ​ພັກອື່ນໆ​ທີ່​​ເປັນ​ພັກ​ຮ່ວມ​ລັດຖະບານ​ຟິລິບ​ປິນ. ພາຍຫຼັງ​ສຳ​ເລັດການ​ເລືອກ​ຕັ້ງ​ທົ່ວ​ໄປກາງ​ສະ​ໄໝ​ແລ້ວ, ພັກ​ຮ່ວມ​ລັດຖະບານ​​ໄດ້​ຮັບທີ່​ນັ່ງ​​ໃນສະພາ​ສູງຫຼາຍ​ກວ່າ​ເຄິ່ງໜຶ່ງ. ຂະ​ນະ​ດຽວ​ກັນ, ພັກ​ຮ່ວມ​ລັດຖະບານ​ກໍ​ໄດ້​ຮັບທີ່​ນັ່ງ​ໃນ​ສະພາ​ຕ່ຳ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ເຊັ່ນ​ດຽວ​ກັນ.

ການ​ເລືອກ​ຕັ້ງ​ທົ່ວ​ໄປກາງ​ສະ​ໄໝ​ບໍ່​ພຽງ​ແຕ່​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ​ສູງ ​ແລະ​​ສະມາຊິກ​ສະພາ​ຕ່ຳ​ເທົ່າ​ນັ້ນ, ຍັງ​ໄດ້​​ເລືອກ​​​ເອົາເຈົ້າ​ແຂວງ​ຕ່າງໆ ​ແລະ​ສະມາຊິກ​ສະພາທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ.

 

ຄຳ​ເຫັນ

0