吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ ​ແລະ​ອາຊຽນມີ​ຄວາມສາມາດ​ປົ່ມຊ້ອນມະຫາ​ສານໃນ​ການ​ສ້າງດີ​ຈີ​ຕອນ ​ແລະ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ແບບ​ສີ​ຂຽວຮ່ວມ​ກັນ

2019-05-23 17:14:51 cri

ວັນ​ທີ 22 ພຶດສະພາ​ນີ້, ທະນາຄານ​ HSBC ສາຂາ​ຈີນ​ແຜ່ນດິນ​ໃຫຍ່ໄດ້​ຈັດ​​ເວທີ​ປຶກສາ​ຫາລື​ແລວ​ທາງ​ເສດຖະກິດ​ຈີນ-ອາ​ຊຽນຢູ່​ນະຄອນຫຼວງ​ປັກ​ກິ່ງ. ຜູ້​ຊ່ຽວຊານ, ຜູ້ຕາ​ງໜ້າ​ວິ​ສາ​ຫະກິດ ​ແລະ​ອົງການ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​​ເປັນ​ເອກະ​ພາບ​ເຫັນ​ກັນ​ວ່າ: ຄຽງ​ຄູ່​ກັບ​ການ​ກໍ່ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໄດ້ກ້າວ​ຂຶ້ນ​ສູ່​ໄລຍະ​ການ​ພັດທະນາ​ໃໝ່, ອາຊຽນທີ່​ເປັນ​ຕະຫຼາດ​ທີ່​ສຳຄັນ​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ​ຈະມີ​ໂອກາດ​ການ​ພັດທະນາ​ຮອບ​ໃໝ່.

ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຜູ້​ຕາງໜ້າ​ຈາກ​ວິ​ສາ​ຫະກິດ​ປະມານ 170 ຄົນ​ເຂົ້າ​ຮ່ວມ ​ເພື່ອ​ປຶກສາ​ຫາລື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ການກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ, ພະລັງງານ, ວິ​ທະຍາ​ສາດ​ເຕັກນິກ​ໃໝ່, ການ​ສື່ສານ, ອິນ​ເຕີ​​ແນັດ, ອຸກ​ສາ​ຫະກຳການ​ຜະລິດ ​ແລະ​ອື່ນໆ. ຜູ້​ບໍລິຫານ​ລະດັບ​ສູງຈາກ ​ແລະ​ນັກ​ເສ​ດຖະກິດ​ຂອງ​ທະນາຄ​ານ HSBC ສາຂາ 6 ປະ​ເທດ​ອາ​ຊຽນທີ່​ເປັນຕະຫຼາດ​ຕົ້ນຕໍ​ຂອງ​ທະນາຄານ HSBC ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ດ້ານ​ການ​ພັດທະນບັນດາຕະຫຼາດ​ ​ກໍ​ຄື​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໃນ​ໄລຍະ​ຕໍ່ໜ້າ​ກັບ​ວິສາ​ຫະກິດ​ຈີນ​ໃນ​​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້.

ຄຳ​ເຫັນ

0