尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຂັດ​ຂວາງ​ບໍ​ລິ​ສັດ​ຮ​ວາ​ເຫວີຍ​ແມ່ນ​ການ​ກະ​ທຳ​ເຈົ້າ​ມະ​ຫາອຳ​ນາດ​ດ້ານ​ເສດ​ຖະ​ກິດທີ່ຊັດ​ເຈນ

2019-05-23 11:51:09 cri

ວັນ​ທີ 22 ພຶດ​ສະ​ພາ​ນີ້, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ມົນ​ຕີລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ຢູ່​ນະ​ຄອນ​ຫຼວງ​ບິ​ສ​ເຄັກປະ​ເທດ​ກຽກ​ກິດ​ສະ​ຖານ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ວ່າ:ອາ​ເມ​ຣິ​ກາ​ຂັດ​ຂວາງ​ບໍ​ລິ​ສັດ​ຫົວເຫວີຍ​ທີ່​ເປັນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຂອງ​ຈີນ​ດ້ວຍ​ກຳ​ລັງ​ຂອງ​ຕົນ​ຢ່າງ​ໄຮ້​ເຫດ​ຜົນ​ແມ່ນ​ການ​ກະ​ທຳ​ເຈົ້າ​​ມະ​ຫາອຳ​ນາດ​ດ້ານ​ເສດ​ຖະ​ກິດ​ທີ່​ຊັດ​ເຈນ.
 

ທ່ານ ຫວາງ​ຢີ້ ກ່າວ​ວ່າ: ປັດ​ຈຸ​ບັນ,ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ບາງ​ຄົນ​ຫວັງບໍ່​ໃຫ້​ຈີນ​ມີ​ສິດ​​​ໃນການ​ພັດ​ທະ​ນາ​ຢ່າງ​ເປັນ​ທຳ,ມີ​ເຈດ​ຕະ​ນາ​ສະ​ກັດ​ກັ້ນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ຈີນ.ຂັດ​ຂວາງ​ບໍ​ລິ​ສັດ​ຫົວ​ເຫວີຍ​ທີ່​ເປັນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຂອງ​ຈີນ​​ດ້ວຍ​ກຳ​ລັງ​ຂອງ​ຕົນ​ຢ່າງ​ໄຮ້​ເຫດ​ຜົນ​ແລະ​ບໍ່​ມີ​ຫຼັກ​ຖານ​ອ້າງ​ອີງ​ຄວາມ​ເປັນ​ຈິງ​ໃດໆ. ເຊິ່ງ​ນີ້​ແມ່ນ​ການ​ກະ​ທຳ​ເຈົ້າ​​ມະ​ຫາອຳ​ນາດ​ດ້ານ​ເສດ​ຖະ​ກິດ​ທີ່​ຊັດ​ເຈນ. ການ​ກະ​ທຳ​ທີ່​ຖື​ໂຕ​ເອງ​ເປັນ​​ໃຫຍ່ຂອງ​ອາ​ເມ​ຣິ​ກາ​ແບບ​ນີ້​ຈະ​ບໍ່​​ເປັນ​ທີ່ຍອມ​ຮັບ​ແລະ​ຈະ​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ໂລກ.

ຄຳ​ເຫັນ

0