吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​​ຂອງ​ອົງການ​ການ​ຮ່ວມ​ມື​ຊຽງ​​ໄຮ

2019-05-23 17:13:59 cri

ວັນ​ທີ 22 ພຶດສະພາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ມົນຕີລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະມາຊິກ​ອົງການ​ການ​ຮ່ວມ​ມື​ຊຽງ​ໄຮ​ຢູ່​ນະຄອນຫຼວງ​ບີ​ສະ​ເກັກ​ປະ​ເທດ​ກຽກກີ​ສະຖານ.

ທ່ານ​ຫວາງ​ຢີ້​ໄດ້​ໃຫ້​ສະ​ເໜີ​ດ້ານ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຂອງ​ອົງການ​ການ​ຮ່ວມ​ມື​ຊຽງ​ໄຮ​ໃນ​ໄລຍະ​ຕໍ່ໜ້າ, ຄື:

ໜຶ່ງ, ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ​ກັນ. ສອງ, ຕ້ອງ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ, ສ້າງມ່ານປ້ອງ​ກັນ. ສາມ, ຕ້ອງ​ເປີດ​ກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ, ປັບປຸງ​ຈຸດ​ອ່ອນ​ດ້ານ​ກາ​ນພັດທະນາ. ສີ່, ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ ​​ແລະຖອດ​ຖອນ​ບົດຮຽນເຊິ່ງກັນ ​ແລະ​ກັນ, ຊຸກຍູ້​ການ​ເຊື່ອມ​ປະສານ​ຈິດ​ໃຈ​ຂອງ​ປະຊາຊົນ. ຫ້າ, ຕ້ອງ​ສະ​ແດງ​ຄວາມ​ຮັບຜິດຊອບຕໍ່ສາກົນ, ​ຍົກ​ສູງ​ບົດບາດອິດ​ທິພົນ​ຂອງ​ອົງການ​ການ​ຮ່ວມ​ມື​ຊຽງ​ໄຮ.

ທ່ານ​ກ່າວ​ຕື່ມ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ຢູ່ນະຄອນຫຼວງ​ບີ​ສະ​ເກັກຈະ​ຈັດ​ຂຶ້ນ​ໃນ​ມໍ່ໆ​ນີ້, ​ພວກ​ເຮົາ​ຄວນ​ຖື​​ເອົາໂອກາດ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຄັ້ງ​ນີ້, ​ເພື່ອ​ກະກຽມວຽກ​ງານ​ທາງ​ການ​ເມືອງ​ຢ່າງຮອບດ້ານ​​ໃຫ້​ກອງ​ປະຊຸມ​ສຸດ​ຍອດ ​ເພື່ອ​ຮັບປະກັນ​​ໃຫ້ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້ປິດ​ລົງ​ຢ່າງ​ຈົບງາມ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ຝ່າຍ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ.

ຄຳ​ເຫັນ

0