李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບາດ​ຄ້ອນ​ຂອງການ​ເພີ່ມ​ພາ​ສີ​ບໍ່​ສາ​ມາດ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ຢ້ານ​ກົວ​ແລະ​ຖອນ​ອອກ​ຈາກ​ຈີນ

2019-05-23 16:22:46 cri

    ຫວ່າງມໍ່ໆ​ມານີ້, ອາ​ເມ​ຣິ​ກາ​ກ່າວ​ວ່າ: ຫຼັງ​ຈາກ​ເພີ່ມ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ​ທີ່​ສົ່ງ​ໄປ​ອາ​ເມ​ຣິ​ກາ​ແລ້ວ, ວິ​ສາ​ຫະ​ກິດ​ບາງ​ແຫ່ງ​ຈະ​ຍ້າຍ​​ການ​ທຸ​ລະ​ກິດຈາກ​ຈີນ​ໄປ​ສູ່​ຫວຽດ​ນາມ ແລະ​ປະ​ເທດ​ອື່ນໆ​ຂອງ​ອາ​ຊີ, ສ່ວນ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ຈະ​ຍ້າຍ​ກັບ​ຄືນ​ອາ​ເມ​ຣິ​ກາ.

    ແຕ່​ວ່າ, ຖ້ອຍ​ຄວາມ​ດັ່ງ​ກ່າວ​​ບໍ່​ສາ​ມາດ​ໜີ​ອອກ​ຈາກ​ຄວາມ​ເປັນ​ຈິງ​ໄດ້. ຫວ່າງ​ກ່ອນນີ້​ບໍ່​ດົນ, ອົງ​ການ​ພັດ​ທະ​ນາ​ການ​ຄ້າ​ໃຫ້​ຈະ​ເລີນ​ຂອງ​ຍີ່​ປຸ່ນ ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ ໂດຍ​ລະ​ບຸ​ວ່າ, ໃນ​ຍຸດ​ທະ​ສາດ​ການ​ສົ່ງ​ອອກ, ການ​ລົງ​ທຶນ​ແລະ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ຂອງ​ຍີ່​ປຸ່ນ, ຕະຫຼາດ​ຈີນ​ລ້ວນ​ແຕ່​ເປັນ​ອັນ​ດັບ​ 1. ໃນ 4 ເດືອນ​ທຳ​ອິດ​ຂອງ​ປີນີ້, ການ​​ລົງທຶນ​ຂອງຕ່າງ​ປະ​ເທດ​​ໃນ​ຈີນ ໄດ້​ເພີ່ມ​ຂຶ້ນ 6,4%, ການ​ລົງ​ທຶນ​ຂອງ​ອາ​ເມ​ຣິ​ກາ​ຢູ່​ຈີນ​ໄດ້​ເພີ່ມ​ຂຶ້ນ 24,3%. “ປຶ້ມ​ປົກ​ຂາວ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ຢູ່​ຈີນ” ສະ​ບັບ​ປີ 2019 ທີ່​ເປີດ​ເຜີຍ​ໂດຍ​ສະ​ພາ​ການ​ຄ້າ​ອາ​ເມ​ຣິ​ກາ​​ໃນ​ຈີນ​ ໄດ້​ພົບ​​ວ່າ, ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ 98% ກ່າວ​ວ່າ ຈະ​ສືບ​ຕໍ່​ບຸກ​ເບີກ​ຕະຫຼາດ​ຈີນ.

    ກົງ​ກັນ​ຂ້າມ, ຄະ​ນະ​ນຳໃນ​ທຳ​ນຽບ​ຂາວ​ພັດ​ປະ​ຕິ​ບັດ​ມາດ​ຕະ​ການ​ຂຶ້ນ​ພາ​ສີ​ຕາມ​ລຳ​ພັງ​ໃຈ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແລະ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ ເຊິ່ງ​ໄດ້​ເຮັດ​ໃຫ້​ຕະຫຼາດ​ບໍ່​ມີ​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ບໍ່​ແນ່ນອນ​ໄດ້​ເພີ່ມຫຼາຍ​ຂຶ້ນ. ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ, ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ໄດ້​ພາ​ກັນ​ຍົກ​ຍ້າຍ​ຖານ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໄປ​ຕັ້ງ​ຢູ່​ປະ​ເທດ​ອື່ນ ເພື່ອ​​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ຈີນ​ແລະ​ປະ​ເທດ​ອື່ນ​ໃຫ້​ໄດ້​ດີກວ່າ​ເກົ່າ. ​ໃນ​ນັ້ນ, ນະ​ຄອນ​ຊິ​ກາ​ໂກ ທີ່​ລວມຍອດ​ເສດ​ຖະ​ກິດ​ເປັນ​ອັນ​ດັບ​ທີ 3 ຂອງ​ອາ​ເມ​ຣິ​ກາ​ຈົນວ່າ​ໄດ້​ຮ່ວມ​ມື​ກັບ​ຈີນ​ເຊັນ​ສັນ​ຍາ​ໃນແຜນ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ສຳ​ຄັນ​ປີ 2018- 2023ໂດຍ​ກົງ​ເລີຍເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃຫ້​ຈີນໃນ​ຂົງ​ເຂດ​ສຳ​ຄັນ​ຕ່າງໆ​ເຊັ່ນ ອຸດ​ສາ​ຫະ​ກຳ​ການ​ປິ່ນ​ປົວ​ແລະ​ຮັກ​ສາ​ສຸ​ຂະ​ພາບ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ, ການ​ປະ​ດິດ​ສ້າງ​ເຕັກ​ນິກ, ການ​ບໍ​ລິ​ການ​ດ້ານ​ການ​ເງິນ, ກະ​ສິ​ກຳ​​ທັນ​ຍາ​ອາ​ຫານ, ພື້ນ​ຖານ​ໂຄງ​ລ່າງ​ເຫຼົ່າ​ນີ້​ເປັນ​ຕົ້ນ.

     ອາ​ເມ​ຣິ​ກາ​ຍົກ​​ບາດ​ຄ້ອນ​ດ້ານພາ​ສີຂຶ້ນ​ມາ​ນັ້ນ ບໍ່​ພຽງ​ແຕ່​ຈະ​ບໍ່​ສາ​ມາດ​ນາບ​ຂູ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ຈີນ​ໃຫ້​ຖອນ​ຕົວ​ອອກ​ເທົ່າ​ນັ້ນ, ກົງ​ກັນ​ຂ້າມ​ ​ພັດໄດ້​ບັງ​ຄັບ​ໃຫ້ ວິ​ສາ​ຫ​ະ​ກິດ​ອາ​ເມ​ຣິ​ກາ​ພາ​ກັນ​ຍ້າຍ​ຖານ​​ການຜະ​ລິດ​ໄປ​​ສູ່ຕ່າງ​ປະ​ເທດ ອັນ​ໄດ້​ກໍ່​ໃຫ້​ເກີດ ​ວິ​ກິດ​ການ​​ ອຸດ​ສາ​ຫະ​ກຳ​ເປົ່າ​ຫວ່າງ​ຢູ່​ອາ​ເມ​ຣິ​ກາ​ນັບ​ມື້​ຮຸນ​ແຮງ​ຂຶ້ນກວ່າ​ເກົ່າ. ສ່ວນ​ຜູ້​ທີ່​​ກໍ່​ໃຫ້​ເກີດ​ສະ​ພາບ​ການ​ແບບ​ໜ້າ​ມື​ກັບຫຼັງ​ມື​ດັ່ງ​ກ່າວ​ກໍ​ແມ່ນ​ຄະ​ນະ​ນຳ​ທີ່​ເປັນ​ຜູ້​ຕັດ​ສິນ​ນະ​ໂຍ​ບາຍ​ຂອງ​ອາ​ເມ​ຣິ​ກາ​ທີ່​ຍຶດ​ຖື​ລັດ​ທິ​ເຫັນ​ແກ່​ຕົວ​ທີ່​ສຸດ ນັ້ນ​ເອງ.

ຄຳ​ເຫັນ

0