尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ການ​ບິນ 3 ແຫ່ງ​ຂອງ​ຈີນ​ຮຽກ​ຄ່າ​ທົດແທນ​ນຳ​ບໍ​ລິ​ສັດ​ໂບ​ອີງ

2019-05-23 11:52:17 cri

ວັນ​ທີ 22 ພຶດ​ສະ​ພາ​ນີ້, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ບໍ​ລິ​ສັດ​ການ​ບິນ​ສາ​ກົນຫຸ້ນ​ສ່ວນ​​ຈີນ​ຈຳ​ກັດ​ໄດ້​ຢືນ​ຢັນ​ຕໍ່​ສື່ມວນ​ຊົນ​ວ່າ: ກ່ຽວ​ກັບ​ຜົນ​ເສຍ​ຫາຍ​ຍ້ອນ​ການ​ຢຸດ​ຕິ​ການ​ບິນ​​ຂອງ​ເຮືອ​ບິນ​ລຸ້ນ 737MAX ຂອງ​ບໍ​ລິ​ສັດ​ໂບ​ອີງ​ເປັນ​ໄລ​ຍະຍາວ​ແລະ​ການ​ທີ່​ບໍ່​ສາ​ມາດມອບ​ສົ່ງ​ເຮືອ​ບິນ​ຕາມໃບ​ສັ່ງ​ຊື້​​ໄດ້​ຕາມ​ເວ​ລາ​ກຳ​ນົດ, ບໍ​ລິ​ສັດ​ການ​ບິນ​ສາ​ກົນຈີນ​ໄດ້​ຮຽກ​ຄ່າ​ທົດ​ແທນ​ນຳ​ບໍ​ລິ​ສັດ​ໂບ​ອີງ​ຢ່າງ​ເປັນ​ທາງ​ການ.
 

​ນອກ​ຈາກ​ບໍ​ລິ​ສັດ​ການ​ບິ​ນ​ສາ​ກົນ​ຈີນ​ແລ້ວ, ກ່ອນ​ໜ້າ​ນີ້, ບໍ​ລິ​ສັດ​ການ​ບິນ​ຊູ​ເທີນ​ຈີນ​ຈຳ​ກັດ​ຫຼື China Southern Airlines ແລະ ບໍ​ລິ​ສັດ​ການ​ບິນ​​ອິ​ສ​ເທີນ​ຈີນ​ຈຳ​ກັດ​ຫຼື China Eastern Airlines ກໍ່​ໄດ້​ຮຽກ​ຄ່າ​ທົດ​ແທນ​ນຳ​ບໍ​ລິ​ສັດ​ໂບ​ອີງ​ກ່ຽວ​ກັບ​ຜົນ​ເສຍ​ຫາຍ​ຍ້ອນ​ການ​ຢຸດ​ຕິ​ການ​ບິນ​ຂອງ​ເຮືອ​ບິນ​ລຸ້ນ 737MAX ຂອງ​ບໍ​ລິ​ສັດ​ໂບ​ອີງ​ແລະ​ການ​ເລື່ອນ​ເວ​ລາ​ການມອບ​ສົ່ງ​ເຮືອ​ບິນລຸ້ນ 737MAX ​ທີ່​ໄດ້​ສັ່ງ​ຊື້​ກ່ອນ​ໜ້​າ​ນີ້.

ຄຳ​ເຫັນ

0