李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ຈະ​ສົ່ງ​ຂີ້​ເຫຍື້ອ​ຄືນ​ໃຫ້​ກາ​ນາ​ດາ

2019-05-23 16:16:24 cri

    ວັນ​ທີ 22 ພຶດ​ສະ​ພານີ້, ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ຖະ​ແຫຼງວ່າ: ເນື່ອງ​ຈາກ​ກາ​ນາ​ດາ​ແກ່​ຍາວ​ເວ​ລາ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃນ​ບັນ​ຫາ​​ການຂົນ​ສົ່ງ​ຂີ້​ເຫຍື້ອ​​ເຊິ່ງ​ເປັນ​ການ​ລະ​ເມີດ​ກົດ​ລະ​ບຽບ​ຂອງ​ຟິ​ລິ​ບ​ປິນນັ້ນ​ໃຫ້ກາ​ນາ​ດາ​ເອົາ​ກັບ​ຄືນ​ປະ​ເທດ, ຟິ​ລິບ​ປິນ​ໄດ້​ຕັດ​ສິນ​ໃຈ​ຈະ​ເຊົ່າ​ເຮືອ​ດ້ວຍ​ຕົນ​ເອງ​ເພື່ອ​ສົ່ງ​ຂີ້​ເຫຍື້ອ​ທີ່​ຕົກ​ຄ້າງ​ຢູ່​ຟິ​ລິບ​ປິນ​ເກືອບ 6 ປີ​ແລ້ວນັ້ນ​ສົ່ງກັບ​ຄືນ​ກາ​ນາ​ດາ.

    ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ອອກຖະ​ແຫຼງການ​ໃນ​ມື້​ດຽວ​ກັນ​ວ່າ: ທ່ານ ໂຣ​ດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ບໍ່​ພໍ​ໃຈ​ທີ່​ສຸດ​ທີ່​​ກາ​ນາ​ດາ​ມີທ່າ​ທີ​ແລະ​ວິ​ທີ​ແກ້​ໄຂ​ທີ່​ແກ່​ຍາວ​ເວ​ລາ​ເທື່ອນີ້​ເທື່ອນັ້ນໃນ​ບັນ​ຫາ​ການ​ຂົນ​ສົ່ງ​ຂີ້​ເຫຍື້ອ​​​ທີ່​ລະ​ເມີດ​ກົດ​ລະ​ບຽບ​​ຂອງ​ຟິ​ລິບ​ປິນໃຫ້​ກັບ​ຄືນ​ປະ​ເທດ. ການ​ກະ​ທຳ​ຂອງ​ກາ​ນາ​ດາ​ທີ່​ຖື​ຟິ​ລິບ​ປິນ​ເປັນ “ບ່ອນຖິ້ມຂີ້​ເຫຍື້ອ” ນັ້ນ ເປັນ​ການ​ຢຽບ​ຫຍ່ຳ​ສັກ​ສີ​ຂອງ​ປະ​ຊາ​ຊົນ​ຟິ​ລິບ​ປິນ​ຢ່າງ​ຮ້າຍ​ແຮງ.

    ຖະ​ແຫຼງ​ການ​ຍັງ​ລະ​ບຸ​ວ່າ: ດ້ວຍ​ເຫດນີ້, ທ່ານ ດູ​ເຕີ​ເຕ ໄດ້​​ອອກ​ຄຳສັ່ງ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ບານ​ໄປ​ເຊົ່າ​ເຮືອ​ຂອງ​ບໍ​ລິ​ສັດ​ເອ​ກະ​ຊົນ​ເພື່ອ​ຂົນ​ສົ່ງ​ຂີ້​ເຫຍື້ອ​ເຫຼົ່າ​ນັ້ນ​ກັບ​ຄືນ​ກາ​ນາ​ດາ ແລະ​ລັດ​ຖະ​ບານ​ຟິ​ລິບ​ປິນ​ຈະ​ຮັບ​ຜິດ​ຊອບ​ຄ່າ​ຂົນ​ສົ່ງ​ທັງ​ໝົດ. ຖ້າ​ຫາກວ່າ​ກາ​ນາ​ດາ​ບໍ່​ຮັບ​ເອົາ​ຂີ້​ເຫຍື້ອ​ຄືນ​ປະ​ເທດ​ຕົນ, ຟິ​ລິບ​ປິນ​ກໍ​ຈະ​ຖອກ​ເທ​ຂີ້​ເຫຍື້ອ​ລົງ​ເຂດ​ທະ​ເລ​ໃກ້​ກັບ​ກາ​ນາ​ດາ.

ຄຳ​ເຫັນ

0