吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳປູ​ເຈຍ​ຈະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕໍ່​ຄົນ​ຕ່າງປະ​ເທດ​ທີ່​ເຂົ້າ​ເມືອງ

2019-05-24 16:44:33 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ກົມ​​ໃຫຍ່​ຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ​ໄດ້​ເປີດ​​ເຜີຍ​ວ່າ: ຈະ​ນຳ​ໃຊ້​ລະບົບ​ການ​ຄຸ້ມ​ຄອງຄົນ​ຕ່າງປະ​ເທດ​ໃໝ່. ກົມ​​ໃຫຍ່​ຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດຈະ​ຄວບຄຸມ​ຂໍ້​ມູນຄົນ​ຕ່າງປະ​ເທດ​ເຂົ້າຢູ່ກຳ​ປູ​ເຈຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ​ໄວ​ກວ່າ​ເກົ່າ​ໃນ​ອະນາຄົດ.

​ເຈົ້າ​ໜ້າ​ທີ່​ກົມຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ​ກະຊວງພາຍ​ໃນ​ກຳປູ​ເຈຍ​ກ່າວ​ຕໍ່​ສື່​ມວນ​ຊົນ​ໃນ​​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ປັດຈຸບັນ​ນີ້, ລະບົບ​ໃໝ່​ຍັງ​ພວມ​ຢູ່​ໃນໄລຍະ​ຕິດ​ຕັ້ງ ​ແລະ​ທົດ​ສອບຢູ່. ​ເມື່ອ​ຄົນ​ຕ່າງປະ​ເທດ​ເຂົ້າ​ພັກ​ຢູ່ໂຮງ​ແຮມ, ຂໍ້​ມູນຂອງ​ໜັງສື​ຜ່ານ​ແດນ​ຂອງ​​ເຂົາ​ເຈົ້າ​ຈະ​ຖືກ​ສົ່ງ​ເຂົ້າ​ລະບົບຄອມຜິວ​ເຕີ. ຖ້າ​ຜູ້​ຕ້ອງ​ຫາ ຫຼື ຜູ້ມີ​ໝາຍຈັບ​ຕາມ​ຄຳ​ສັ່ງສານ​ສາກົນ​ເຂົ້າ​ເມືອງ, ຕຳຫຼວດ​ກຳປູ​ເຈຍ​ຈະ​ເກັບ​ຂໍ້​ມູນ​​ໄດ້ຢ່າງ​ທັນ​ການ.

 

ຄຳ​ເຫັນ

0