尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນສາ​ມາດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ໃຫ້​ປະ​ຊາ​ກອນ​ຫຼາຍກວ່າ 10 ລ້ານ​ຄົນ 6 ປີ​ລຽນ​ຕິດ

2019-05-24 11:10:24 cri

ວັນ​ທີ 23 ພຶດ​ສະ​ພາ​ນີ້, ທ່ານ ເຊ້ຍ​ເກີ່ງ​ເຊີ່ງ ຮອງ​ຫົວ​ໜ້າ​ຫ້ອງ​ການ​ໜ່ວຍ​ນຳ​ພາ​ການ​ພັດ​ທະ​ນາ​​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງລັດ​ຖະ​ບານ​ຈີນ​ກ່າວ​ວ່າ: ປີ 2018, ວຽກ​ງານຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ຈີນໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ຈະ​ແຈ້ງ,ຢູ່​ທົ່ວ​ປະ​ເທດ​ສາ​ມາດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ໃຫ້ປະ​ຊາ​ຊົນ​ໃນ​ຊົນ​ນະ​ບົດ​ຈຳ​ນວນ 13,86 ລ້ານ​ຄົນ ​ນີ້​ແມ່ນ​ຈີນ​ສາ​ມາດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ປະ​ຊາ​ກອນ​ຈຳ​ນວນ​ຫຼາຍກວ່າ 10 ລ້ານ​ຄົນ 6 ປີ​ລຽນ​ຕິດ.
 

​ທ່ານ ເຊ້ຍ​ເກີ່ງ​ເຊີ່ງ ​ກ່າວໃນ​ວັນ​ດັ່ງ​ກ່າວ​ຢູ່​ປັກ​ກິ່ງວ່າ: ໃນ​ຕົ້ນ​ປີ​ນີ້, ໜ່ວຍ​ນຳ​ພາ​ການ​ພັດ​ທະ​ນາ​​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຈັດ​ຕັ້ງ​ແລະ​ດຳ​ເນີນ​ການ​ປະ​ເມີນ​ປະ​ສິ​ດ​ທິ​ຜົນ​ດ້ານ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໃນ​ປີ 2018. ເບິ່ງ​ຈາກ​ສະ​ພາບ​ການ​ປະ​ເມີນ​ຜົນ​ແລ້ວ​ເຫັນ​ວ່າ: ວຽກ​ງານ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ຈະ​ແຈ້ງ,ຄວາມ​ໄວ​ຂອງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ເຂດ​ທຸກ​ຍາກກວ່າ​ໝູ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ປັດ​ຈຸ​ບັນ, ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ໄດ້​ກິນ​ອີ່ມ​ນຸ່ງ​ອຸ່ນ ເຊິ່ງໄດ້​ບັນ​ລຸ​​ເປົ້າ​ໝາຍ​ໃນການ​ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ດ້ານ​ການ​ສຶ​ກ​ສາ​​ຂັ້ນ​ພື້ນ​ຖານ,ການ​ປິ່​ນ​ປົວ​​ຂັ້ນ​ພື້ນ​ຖານ​ແລະ​ມີ​ທີ່​ຢູ່​ອາ​ໄສ​ປອດ​ໄພ​ໄດ້​ຢ່າງ​ຈະ​ແຈ້ງ.
 

ທ່ານ ເຊ້ຍ​ເກີ່ງ​ເຊີ່ງ ກ່າວ​ຕື່ມ​ວ່າ: ປີ 2019, ທົ່ວ​ປະ​ເທດ​ມີ​ແຜນ​ຈະ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ໄດ້ກວ່າ 10 ລ້ານ​ຄົນ​ອີກ, ເພື່ອ​ຮັບ​ປະ​ກັນ​ສາ​ມາດ​ເອົາ​ຊະ​ນະ​ໃນ​ບັ້ນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ເມື່ອ​ຮອດ​ປີ 2020 ​ຕາມ​ເວ​ລາ​ກຳ​ນົດ.

ຄຳ​ເຫັນ

0