尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດດີ​ເ​ຮ​ສ​ແອວປະ​ຕິ​ເສດ​ການ​ຢຸດ​ຕິ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ

2019-05-24 11:39:08 cri

ກ່ຽວ​ກັບ​ການ​ລາຍ​ງານ​​ຂ່າວຂອງ​ສື່ມວນ​ຊົນ​ບາງ​ແຫ່ງ​ທີ່​ເວົ້າ​ວ່າ:​ບໍ​ລິ​ສັດດີ​ເ​ຮ​ສ​ແອວຫຼື DHL ​ສາ​ຂາ​ຮົງ​ກົງ​ໄດ້​ຢຸດ​ຕິ​ການ​ຮັບ​ສົ່ງ​ສິນ​ຄ້າ​ດ່ວນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ, ວັນ​ທີ 23 ພຶດ​ສະ​ພາ​ນີ້,ວິ​ສາ​ຫະ​ກິດ​ຂົນ​ສົ່ງ​ສິນ​ຄ້າ DHL ​ຂອງ​ເຢຍ​ລະ​ມັນ​ກ່າວ​ວ່າ: ບໍ​ລິ​ສັດ​ຕົນ​ໄດ້​ສຸມ​ໃສ່ການ​ສະ​ໜອງ​ການ​ບໍ​ລິ​ການ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃຫ້​ແກ່​ລູກ​ຄ້າ​ທັງ​ໝົດ​ເຊິ່ງ​ລວມ​ທັງ​ບໍ​ລິ​ສັດ​ຫົວ​ເຫວີຍ.
 

ໂຄ​ສົກ​ຂອງ​​ກຸ່ມບໍ​ລິ​ສັດ DHL ຂອງ​ເຢຍ​ລະ​ມັນ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ວ່າ: ບໍ​ລິ​ສັດ​ຕົນ​ໄດ້​ຮັບ​ຊາບມາດ​ຕະ​ການ​ຈຳ​ກັດ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຕໍ່​ບໍ​ລິ​ສັດ​ຫົວ​ເຫວີຍ​ໃນ​ຫວ່າງ​ມໍ່ໆ​​ນີ້,ບໍ​ລິ​ສັດ DHL ຂອງ​ເຢຍ​ລະ​ມັນ​ຍັງ​ສຸມ​ໃສ່​ສະ​ໜອງ​ການ​ບໍ​ລິ​ການ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃຫ້​ແກ່​ລູກ​ຄ້າ​ທັງ​ໝົດ​ເຊິ່ງ​ລວມ​ທັງ​ບໍ​ລິ​ສັດ​ຫົວ​ເຫວີຍ,ຖະ​ແຫຼງ​​ການກ່າວ​ວ່າ:ບໍ​ລິ​ສັດ​ຕົນ​ຈະ​ເຄົາ​ລົບ​ກົດ​ໝາຍ​ແລະ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ,ແລະ​ຈະ​ຕິດ​ຕາມ​ສະ​ພາບ​ການ​ເຄື່ອນ​ໄຫວ​ໃນ​ຕໍ່​ໜ້າ,ຮັບ​ປະ​ກັນ​ໃຫ້​​ການດຳ​ເນີນ​ງານ​ການ​​ໃຫ້ບໍ​ລິ​ການການ​ຂົນ​ສົ່ງ​​ໄດ້ຢ່າງ​ເໝາະ​ສົມ.

ຄຳ​ເຫັນ

0