李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຜະ​ລິດ​ລົດ​ໄຟພະ​ລັງແມ່​ເຫຼັກ​​ຕົ້ນ​ແບບຄວາມ​ໄວ 600 ກິ​ໂລ​ແມັ​ດ​ຕໍ່​ຊົ່ວ​ໂມງ​​ສຳ​ເລັດ

2019-05-24 16:29:52 cri

    ວັນ​ທີ 23 ພຶດ​ສະ​ພານີ້, ຢູ່​ນະ​ຄອນ​ຊິ່ງ​ຕາວ, ຈີນ​ໄດ້​ປະ​ສົບ​ຜົນສຳ​ເລັດໃນ​ການ​ຜະ​ລິດລົດ​ໄຟພະ​ລັງແຮງແມ່​ເຫຼັກ​ຕົ້ນ​ແບບ​ທີ່​ມີ​​ຄວາມ​ໄວ 600 ກິ​ໂລ​ແມັ​ດ​ຕໍ່​ຊົ່ວ​ໂມງ. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ບຸກ​ທະ​ລຸ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ຂົງ​ເຂດ​ເຕັກ​ນິກ​ພະ​ລັງແຮງແມ່​ເຫຼັກ​ຄວາມ​ໄວ​ສູງ, ເຊິ່ງ​ສາ​ມາດ​ແກ້​ໄຂ​ຊ່ອງວ່າງ​ດ້ານ​ຄວາມ​ໄວ​ໃນ​ການ​ເດີນ​ທາງ​ລະ​ຫວ່າງ​ການ​ບິນ​ກັບ​ລົດ​ໄຟ​ຄວາມ​ໄວ​ສູງ ແລະ​ມີ​ຄວາມ​ໝາ​ຍ​ທີ່​ສຳ​ຄັນ​ໃນ​ດ້ານ​ເຕັກ​ນິກ​ແລະ​ເສດ​ຖະ​ກິດ​ໃນ​ການ​ປັບ​ປຸງ​ເຄືອ​ຂ່າຍ​ການ​ສັນ​ຈອນ​ຂອງ​ຜູ່​ໂດຍ​ສານ​ດ້ວຍ​ຄວາມ​ໄວ​ສູງ​ແບບ 3 ມິ​ຕິ​ຂອງ​ຈີນ​ໃຫ້​ສົມ​ບູນ​ຂຶ້ນ.

    ທ່ານ ຕິ່ງ​ຊ່ານ​ຊ່ານ ​ຫົວ​ໜ້າຜູ້​ຮັບ​ຜິດ​ຊອບ​ພັດ​ທະ​ນາ​ແລະ​ຄົ້ນ​ຄວ້າ​ພະ​ລັງ​ແມ່​ເຫຼັກ​ຄວາມ​ໄວ​ສູງ, ຮອງ​​ວິ​ສະ​ວະ​ກອນ​ຂອງ​ບໍລິ​ສັດ​ຫຸ້ນ​ສ່ວນ​ຊື້​ຟ່າງ​ຊິ່ງ​ຕາວ CRRC ຈຳ​ກັດ ໃຫ້​ຮູ້​ວ່າ: ໂຄງ​ການ​ສະ​ເພາະ​ກິດ​ສຳ​ຄັນ​ຂອງແຜນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ທີ່​ເປັນ​ຈຸດ​ສຸມ​ຂອງ​ຊາດ​ດ້ານ “ຄົມ​ມະ​ນາ​ຄົມ​ຕາມ​ລາງ​ທີ່​ກ້າວ​ໜ້າ” ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ກໍ​ລະ​ກົດ​ປີ 2016, ຜ່ານ​ການ​ແກ້​ໄ​ຂ​ຂອດຫຍຸ້ງ​ຍາກ​ດ້ານ​ເຕັກ​ນິກ​ເປັນ​ເວ​ລາ​ເກືອບ 3 ປີ, ທີມ​ງາ​ນາຍດັ່ງ​ກ່າວ ໄ​ດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ​ຕົ້ນ​ຕໍໃນ​ດ້ານ​ພະ​ລັງແຮງ​ແມ່​ເຫຼັກ​ຄວາມ​ໄວ​ສູງ ແລະ​ໄດ້​ຈົດ​ຊັບ​ສິນ​ທາງ​ປັນ​ຍາ​ພາຍ​ໃນ​ຈີນ​ແລ້ວ.

ຄຳ​ເຫັນ

0