吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເກີດ​ໄຟ​ໄໝ້​ຫຼາຍ​ກວ່າ 20 ​ແຫ່ງ​ໃນ​ມື້​ດຽວ​ກັນ​ຢູ່​ອິດສະຣາ​ແອນ

2019-05-24 16:44:06 cri

ວັນ​ທີ 23 ພຶດສະພາ​ນີ້, ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ຫຼາຍ​ກວ່າ 20 ​ແຫ່ງ​ຢູ່​ອິດສະຣາ​ແອນ, ​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ພັນ​ຄົນ​ໜີ​ອອກ​ຈາກ​ບ້ານ​ເຮືອນ ​ເຊິ່ງລັດຖະບານ​ອິດສະຣາ​​ແອນ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ສາກົນ​ຢ່າງ​ຮີບ​ດ່ວນ.

ວັນ​ທີ 23 ພຶດສະພາ​ນີ້, ຢູ່​ພາກ​ກາງ ​ແລະ​ພາກ​ໃຕ້​ຂອງ​ອິດສະຣາ​ແອນ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ຫຼາຍ​ກວ່າ 20 ​ແຫ່ງ, ​ເຮັດ​​ໃຫ້​ເສັ້ນທາງ​ຫຼາຍ​ສາຍ​ຖືກ​ຢຸດ​ສະ​ງັກ, ລົດ​ໄຟ​ຢຸດຕິ​ການ​ໃຫ້​ບໍລິການ ​ແລະ​ມີ​ປະຊາກອນ​ປະມານ 3500 ຄົນ​ຖືກ​ຍົກຍ້າຍ. ​ໃນ​ນັ້ນ, ມີ 2 ບ້ານ​ຢູ່​ພາກ​ກາງ​ໄດ້​ເກີດ​​ເຫດ​ໄຟ​ໄໝ້​ຮຸນ​ແຮງ ​ເຊິ່ງ​ເຮັດ​ໃຫ້​ເຮືອນ 16 ຫຼັງ​ຖືກ​ທຳລາຍ. ກອງ​ດັບ​ເພີງ​ອິດສະຣາ​ແອນ​ເປີດ​ເຜີຍ​ວ່າ: ​ເມື່ອ​ບໍ່​ດົນ​ນີ້ ​ໃນ​ປະ​ເທດ​ອິດ​ສະຣາ​ແອນ​ມີ​ອຸນຫະພູມ​ສູງ​ຢ່າງ​ລຽນຕິດ, ວັນ​ທີ 23 ພຶດສະພາ​ນີ້, ບາງ​ເຂດ​ມີ​ອຸນຫະພູມ​ສູງ​ເຖິງ 48 ອົງສາ ​ເຊິ່ງອາດ​ເປັນສາ​ເຫດ​ເຮັດ​ໃຫ້​ໄຟ​​ໄໝ້.

ສື່​ມວນ​ຊົນ​ອິດສະຣາ​ແອນ​ໄດ້​ລາຍ​ງານ​ວ່າ: ກອງ​ດັບ​ເພີງ​ໄດ້​ສົ່ງ​ເຮືອ​ບິນ 10 ກວ່າ​ລຳ​ໄປ​ດັບ​ໄຟ​ໃນ​ມື້​ດຽວ​ກັນ. ໜ່ວຍ​ຮັບ​ມື​ສຸກ​ເສີນ​ກະຊວງ​ການ​ຕ່າງປະ​ເທດ​ອິດສະຣາ​ແອນ​ໄດ້​ຮ້ອງ​ຂໍ​ເຮືອບິນ​ດັບ​ເພີງ​ນຳ​ໄຊ​ປຼັດ, ​ເກຼັກ, ອີ​ຕາ​ລີ ​ແລະ​ປະ​ເທດ​ອື່ນໆ​ໃຫ້​ເຂົ້າ​ມາ​ຊ່ວຍ​ດັບ​ໄຟ.

ຄຳ​ເຫັນ

0