覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ຄອງ​ລັດຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ຈະ​ສົ່ງ​ເສີມຫຼາຍ​ລັດເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ

2019-05-24 15:51:24 cri
图片默认标题_fororder_meiguoslfjslfjlsfjlsfe1

 ທ່ານ​ຊຸຍ​ທຽນ​ໄຂ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ເມ​ຣິ​ກາ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືເຈົ້າ​ແຂວງ​ຈີນ​ແລະ​ເຈົ້າ​ຄອງ​ລັດ​ອາ​ເມ​ຣິ​ກາ​ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເລັກ​ຊິງ​ຕັນ​ລັດ ເຄນ​​ທັກ​ກີ ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ແຕ່ ວັນ​ທີ 22-24 ພຶດ​ສະ​ພາ​ນີ້, ​ທ່ານ​ມັດ​​ບີ​ວິນ ເຈົ້າ​ຄອງ​ລັດ​ເຄນ​​ທັກ​ກີ, ທ່ານ​ຊີ​ຣັ​ສ ຮາ​ບິບ ຮອງ​ເຈົ້າ​ຄອງ​ລັດ​ວໍ​ຊິງ​ຕັນ​ແລະ​ເຈົ້າ​ຄອງ​ລັດ​ອາ​ເມ​ຣິ​ກາ​ທ່ານ​ອື່ນໆ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ໂດຍ​ໄດ້​ຕຳ​ໜິ​ຕິ​ຕຽນ​​ຄວາມ​ບໍ່​ແນ່ນອນ​ດ້ານນະ​ໂຍ​ບາຍ​ການ​ຄ້າ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ທີ່ໄດ້​ສ້າງ​ຜົນ​​ກະ​ທົບ​ຕໍ່ເສດ​ຖະ​ກິດ​ອາ​ເມ​ຣິ​ກາ ທັງ​ຢືນ​ຢັນ​ວ່າ: ຈະ​ສົ່ງ​ເສີມ​ໃຫ້​ອົງ​ການ​ປົກ​ຄອງ​ລັດ​ຕ່າງໆ​ຂອງອາ​ເມ​ຣິ​ກາ​ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນຫຼາຍ​ຂຶ້ນກວ່າ​ເກົ່າ.

图片默认标题_fororder_meiguoslfjslfjlsfjlsfe2
 ທ່ານ​ມັດ ບີ​ວິນ ເຈົ້າ​ຄອງ​ລັດ​ເຄນ​​ທັກ​ກີ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຄວາມ​ບໍ່​ແນ່ນອນ​ທາງ​ດ້ານ​ນະ​ໂຍ​ບາຍ​ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ  ເພາະ​ວ່າ​ເມື່​ອ​ທຽບ​ໃສ່​ຜົນ​ເສຍ​ຫາຍ​ດ້ານ​ຕົ້ນ​ທຶນ​ແລ້ວ, ຄວາມ​ບໍ່​ແນ່ນອນ​ດ້ານ​ນະ​ໂຍ​ບາຍ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ໂອ​ກາດ. 

图片默认标题_fororder_meiguoslfjslfjlsfjlsfe3
 

ທ່ານ​ຊີ​ຣັ​ສ ຮາ​ບິບ ຮອງ​ເຈົ້າ​ຄອງ​ລັດ​ວໍ​ຊິງ​ຕັນ​​ກໍ​ໄດ້​ໃຫ້​ສຳ​ພາດ​ໂດຍ​ຢືນ​ຢັນ​ວ່າ ຄວາມ​ບໍ່​ແນ່ນອນ​ທາງ​ດ້ານ​ນະ​ໂຍ​ບາຍ​ເປັນ​ເລື່ອງ​ທີ່​ບໍ່​ດີ​ສຳ​ລັບ​ວິ​ສາ​ຫະ​ກິດ​ແລະ​ປະ​ຊາ​ຊົນ​ລັດ​ວໍ​ຊິງ​ຕັນ ເພາະ​ວ່າ ລັດ​ວໍ​ຊິງ​ຕັນ​ເປັນ​ລັດ​ທີ່​ສົ່ງ​ອອກ​ສິນ​ຄ້າ​ໄປ​ສູ່​ຈີນ​ຢ່າງຫຼວງຫຼາຍ, ວິ​ສາ​ຫະ​ກິດ​ຈຳ​ນວນຫຼາຍ​ຂອງ​ລັດ​ຕົນ​ໄດ້​ຮັບ​ຜົນ​​ກະ​ທົບ​ແລ້ວ. 

 ທ່ານ​ຮາ​ບິບ​ກ່າວ​ຕື່ມ​ວ່າ: ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເທື່ອ​ນີ້, ຕົນ​ໄດ້​ປຶກ​ສາ​ຫາ​ລື​ກັບ​ຄູ່​ຮ່ວມ​ມື​ຝ່າຍ​ຈີນ​ໂດຍ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງຫຼວງຫຼາຍ ເຊິ່ງ​ເປັນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ການ​ຮ່ວມ​ມື​​ລະ​ຫວ່າງ​ສອງ​ຝ່າຍທີ່​ມີ​ຢູ່​ແລ້ວ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.

 

图片默认标题_fororder_meiguoslfjslfjlsfjlsfe4
 

ທ່ານ​ລິວ​ໂກ​ວ​ຈົ່ງ ເຈົ້າ​ແຂ​ວງ​ແຂວງ​ສານ​ຊີ່ ສ​ປ ຈີນ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ

图片默认标题_fororder_meiguoslfjslfjlsfjlsfe5
 

ທ່ານ​ຖັງ​ຈື້​ລຽງ ເຈົ້າ​ຄອງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ ສ​ປ ຈີນ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປ​ະ​ຊຸມ

 

 

 

 

 

 

ຄຳ​ເຫັນ

0