覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫຼີ​ເຄີ້​ສຽງພົບ​ປະ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ

2019-05-24 15:13:33 cri
图片默认标题_fororder_xihslhsfjilsjflsjflsfsfjiefe1

ຕອນ​ເຊົ້າ​ວັນ​ທີ 23 ພຶດ​ສະ​ພາ​ນີ້​ຢູ່ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານເຮັງ​ສະ​ວີ​ເກັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສິງ​ກະ​ໂປ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ: ປັດ​ຈຸ​ບັນ, ສາຍ​ພົວ​ພັນ​ຈີນ-ສິງ​ກະ​ໂປ​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ. ຈີນ​ຍິນ​ດີ​ຮ່ວມ​ກັບ​ສິງ​ກະ​ໂປ​ສືບ​ຕໍ່​ຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ເຮັດ​ໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ສິງ​ກະ​ໂປ​ໃຫ້​ດີກວ່າ​ເກົ່າ,ຈີນ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ຕ່າງໆ​ເຊິ່ງ​ລວມ​ທັງ​ສິງ​ກະ​ໂປ​ເປີດກວ້າງ​ການ​ລົງ​ທຶນ​​ຢູ່​ຈີນ​ເພື່ອ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ສິງ​ກະ​ໂປ​ປົກ​ປັກ​ຮັກ​ສາ​ການ​ຄ້າ​ເສ​ລີ​ບົນ​ພື້ນ​ຖານ​ກະ​ຕິ​ກາ, ສົ່ງ​ເສີມ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ຕົນ​ກໍ​ຄື​ຂອງ​ໂລກ. 

图片默认标题_fororder_xihslhsfjilsjflsjflsfsfjiefe2
 

 ທ່ານເຮັງ​ສະ​ວີ​ເກັດ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຈີນ​​ທີ່​ໄດ້ສະ​ຖາ​ປະ​ນາ​ປະ​ເທດ​ຄົບ​ຮອບ 70 ປີ, ທ່ານ​ກ່າວ​ວ່າ, ປີ​ໜ້າ​ຈະ​ເປັນ​ປີ​ຄົບ​ຮອບ 30 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ​ສິງ​ກະ​ໂປ-ຈີນ​, ການ​ພົວ​ພັນ​ສອງ​ຝ່າຍ​ຈະ​ຢືນ​ຢູ່​ໃນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ. ສິງ​ກະ​ໂປ​ຍິນ​ດີ​ຮ່ວມ​ກັບ​ຈີນ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ຊຸກ​ຍູ້​ສາຍ​ພົວ​ພັນ​ສິງ​ກະ​ໂປ-ຈີນ​​ໃຫ້​ກ້າວຂຶ້ນ​ສູ່​ລະ​ດັບ​ໃໝ່. ສິງ​ກະ​ໂປ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ອາ​ຊຽນກັບ​ຈີນ. 

 

 

ຄຳ​ເຫັນ

0