李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ລີ​ບາ​ບາ​ຄ​ລາວຮ່ວມ​ມື​ກັບ​ບໍ​ລິ​ສັດ​ມາ​ເລ​ເຊຍ​ເພື່ອ​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ອັດ​ສະ​ລິ​ຍະ

2019-05-24 16:31:33 cri

    ວັນ​ທີ 23 ພຶດ​ສະ​ພາ​ນີ້, ອາ​ລີ​ບາ​ບາ​ຄ​ລາວ ເຊິ່ງ​ເປັນ​ບໍ​ລິ​ສັດ Cloud Computing ແລະ​ວິ​ທະ​ຍາ​ສາ​ເຕັກ​ໂນ​ໂລ​ຊີ​ປັນ​ຍາ​ປະ​ດິດ​ທີ່​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ ອາ​ລີ​ບາ​ບາ ​ໄດ້​ປະ​ກາດ​ວ່າ: ຈະ​ຮ່ວມ​ມື​ກັບ “ລະ​ບົບ​ຄົມ​ມະ​ນາ​ຄົມ​ເຊ​ນາ” ເຊິ່​ງ​ເປັນ​ບໍ​ລິ​ສັດ​ຄົມ​ມະ​ນາ​ຄົມ​ອັດ​ສະ​ລິ​ຍະ​ຂອງ​ມາ​ເລ​ເຊຍ ເພື່ອ​ສ້າງ​ລະ​ບົບຄວບ​ຄຸມ​ຄົມ​ມະ​ນາ​ຄົມ​ອັດ​ສະ​ລິ​ຍະ​ຮ່ວມ​ກັນ​ຢູ່​ມາ​ເລ​ເຊຍ.

    ຂ່າວ​ແຈ້ງວ່າ, ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ, ອາ​ລີ​ບາ​ບາ​ຄ​ລາວ ຈະ​ສະ​ໜອງ​ເຕັກ​ນິກ​ຕົ້ນ​ຕໍແລະ​ຊັບ​ພ​ະ​ຍາ​ກອນ​ດ້ານ Cloud Computing ຂອງ​ລະ​ບົບ​ສະ​ໝອງ​ຕົວ​ເມືອງ, ບໍ​ລິ​ສັດ​ເຊ​ນາ ຈະ​ສະ​ໜັບ​ສະ​ໜູນ​ການ​ອອກ​ແບບ​ແລະ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ລະ​ບົບ​ໄຟ​ສັນ​ຍານ​ຄົມ​ມະ​ນາ​ຄົມ​ອັດ​ສະ​ລິ​ຍະ. ສ່ວນ​​ລະ​ບົບສະ​ໝອງ​ຕົວ​ເມືອງ ແມ່ນ​​ລະ​ບົບການ​ຄວບ​ຄຸມ​ຕົວ​ເມືອງ​ທີ່​​ນຳ​ໃຊ້​ເຕັກ​ນິກ​ຂໍ້​ມູນ​ໃຫຍ່, Cloud Computing, ປັນ​ຍາ​ປະ​ດິດ ແລະ​ອື່ນໆ.

    ຂ່າວ​ແຈ້ງວ່າ: ໃນ​ຕົ້ນ​ປີ 2018, ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ ກໍ​ໄດ້​ນຳ​ເຂົ້າລະ​ບົບ​ສະ​ໝອງ​ຕົວ​ເມືອງ​ຂອງອາ​ລີ​ບາ​ບາ​ແລະ​ຜົນ​ການ​​ປະ​ເມີນ​ການກວດ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ລະ​ບົບ​ດັ່ງ​ກ່າວ​ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ໃນ​ການ​ສັນ​ຈອນ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ​​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ 12%.

ຄຳ​ເຫັນ

0