吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ້​ຂັດ​ແຍ້​ງດ້ານ​ການ​ຄ້າລະຫວ່າງ​ຈີນ ​ແລະ​ອາ​ເມຣິກາ​ຈະ​​ເຮັດໃຫ້​ຈັງຫວະ​ການ​ເຕີບ​ໂຕ​ຂອງ GDP ​ທົ່ວ​ໂລກ​ຫຼຸດ​ລົງ 0,3%

2019-05-24 16:45:40 cri

ວັນ​ທີ 23 ພຶດສະພາ​ນີ້, ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ ຫຼື IMF ໄດ້​ເປີດ​ເຜີຍ​ວ່າ: ຖ້າຄວາມ​ຂັດແຍ້​ງດ້ານ​ການ​ຄ້າ​ລະຫວ່າງ​ຈີນ ​ແລະ​ອາ​ເມຣິກາຍັງ​ສືບ​ຕໍ່, ​ໃນ​ໄລຍະ​ສັ້ນ, ຈະ​ເຮັດ​ໃຫ້​ຈັງຫວະ​ການ​ເຕີບ​ໂຕຂອງ GDP ທົ່ວ​ໂລກ​ຫຼຸດ​ລົງ 0,3%.

ນອກຈາກ​ນີ້, ຖ້າ​ຫາກວ່າ​ຄວາມຂັດ​ແຍ້​ງກັນ​ດ້ານການ​ຄ້າ​​ເພີ່ມ​ຄວາມ​ຮຸນ​ແຮງຂຶ້ນຈະສົ່ງ​ຜົນ​ກະທົບ​ຕໍ່ຕ່ອງ​ໂສ້​ການສະໜອງ​ໃນ​ທົ່ວ​ໂລກ ກໍ​ຄືການ​ແຜ່​ຂະຫຍາຍ​ການ​ນຳ​ໃຊ້​ເຕັກນິກ​ໃໝ່ ​ແລະ​ເຮັດ​ໃຫ້ສະມັດຖະພາບ​ການ​ຜ​ະລິດ​​ໃນ​ໂລກ​ຫຼຸດ​ລົງ ​ລວມທັງ​ສະຫວັດດີ​ການ​ກໍ​ຫຼຸດ​ໜ້ອຍ​ລົງ. ການ​ເພີ່ມ​ທະວີ​​ໃນການ​ສະກັດ​ກັ້ນ​ການ​ນຳ​ເ​ຂົ້າຍັງ​ຈະ​ເຮັດ​ໃຫ້​ລາຄາ​ເຄື່ອງ​ອຸປະ​ໂພ​ກບໍລິ​ໂພ​ກສູງ​ຂຶ້ນ ​ເຊິ່ງຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ທີ່​ມີ​ລາຍ​ຮັບ​ຕ່ຳ​ແຮ່ງ​ໜັກ​ໜ່ວງ.

ຂະນະ​ດຽວ​ກັນ, ການຂຶ້ນ​ພາສີ​ບໍ່ສາມາດ​ແກ້​ໄຂ​ຄວາມ​ບໍ່​ດຸນ​ດ່ຽງ​ກັນ​ດ້ານການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້.

ຄຳ​ເຫັນ

0