覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​​ຫະ​ພັນການ​ຄ້າ​ຈີນ​​ອວຍ​ພອນ​ເດັກ​ກຳ​ພ້າ​ກຳພອຍ​ອິນ​ໂດ​ເນ​ເຊຍ​ໃນ​ບຸນ​ຣາມາ​ດັນ

2019-05-24 15:19:43 cri

图片默认标题_fororder_yinsifhlsfjlsfjlisfe1
 

ວັນ​ທີ 23 ພຶດ​ສະ​ພາ​ນີ້, ສະ​ຫະ​ພັນ​ການ​ຄ້າ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ຮ່ວມ​ກັນກັບອົງ​ການ​ ​ສາ​ສະ​ໜາ​ແລະ​ວັດ​ທະ​ນະ​ທຳ​ອິນ​ໂດ​ເນ​ເຊຍ ​ສະຫຼອງ​ການ​ເລີກ​ການ​ຖື​ສິນ​ອົດ​ແລະ​ອວຍ​ພອນ​ບຸນ​ເຊິ່ງ​ກັນ​ແລະ​ກັນ​ກັບ ເດັກນ້ອຍ 500 ຄົນ ຈາກ​ໂຮງ​ລ້ຽງ​ເດັກ​ກຳ​ພ້າ​ກຳ​ພອຍ ຢູ່ ສຸ​ເຫຼົ່າ​ມຸ​ສ​ລິມ​ອັດ​ຕິນ ທີ່​ນະ​ຄອນຫຼວງ​ຈາ​ກາ​ຕາ.  ທ່ານ​ກົ່ງ​ເປິ່ນ​ສາຍ ປະ​ທານ​ສະ​ຫະ​ພັນ​ການ​ຄ້າ​ຈີນ​​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ມອບ​ຂອງ​ຂວັນ​ທີ່​ດີ​ງາມ 1000 ​ກ່ອງໃຫ້​ເດັກ​ນ້ອຍ​ທັງຫຼາຍ,​ເຊິ່ງ​ເຮັດ​ໃຫ້​ເດັກ​ນ້ອຍ​ທີ່​ໄດ້​ຮັບ​ຂອງ​ຂວັນ​ຕ່າງ​ກໍ​ດີ​ໃຈຫຼາຍ ແລະເຕັມ​ໄປ​ດ້ວຍບັນ​ຍາ​ກາດ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ. 

图片默认标题_fororder_yinsifhlsfjlsfjlisfe2
 

 ທ່ານ​ກົ່ງ​ເປີນ​ສາຍ​ໄດ້​ຕາງ​ໜ້າ​ໃຫ້​ພະ​ນັກ​ງານ​ທຸກ​ຖ້ວນ​ໜ້າ​ຂອງວິ​ສາ​ຫະ​ກິດ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​​ຂໍອວຍ​ພອນ​ໃຫ້​​ເພື່ອນ​ມິດ​ມຸ​ສ​ລິມ​ເຊິ່ງ​ລວມ​ທັງ​ເດັກ​ນ້ອຍ​ຈົ່ງ​ມີ​​ສຸ​ຂະ​ພາບ​ແຂງ​ແຮງ,ປອດ​ໄພ,​ສະ​ດວກ​ສະ​ບາຍ​ໃນ​ບຸນ​ຣາ​ມາ​ດັນຫຼື​ເດືອນ​ຖື​ສິນ​ອົດ. ທ່ານ​ກ່າວ​ວ່າ, ໃນ​ຖາ​ນະ​ເປັນ​ວິ​ສາ​ຫະ​ກິດ​ຈີນ​ທີ່​ໄດ້​ເຊື່ອມສານ​ເຂົ້າ​ໃນ​ສັງ​ຄົມ​ອິນ​ໂດ​ເນ​ເຊຍ​ ​ທ່ານຫວັງ​ວ່າ ​ຜ່ານ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ແລະ​ເຕັກ​ນິກ​ຂອງ​ວິ​ສາ​ຫະ​ກິດ​ຈີນ​ຈະ​ເປັນ​ການ ​ສ້າງ​ເງື່ອນ​ໄຂ​ແລະ​​ສ້າງສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ໃຫ້​ດີກວ່າ​ເກົ່າ ​ທັງ​ຈະ​ເປັນ​ການ​ສ້າງ​ຜົນ​ປະ​ໂຫຍດ​ຕອບ​ແທນ​ສັງ​ຄົມ​ອິນ​ໂດ​ເນ​ເຊຍ​ໄດ້​ດີກວ່າ​ເກົ່າ. 

 

 

ຄຳ​ເຫັນ

0