覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕິນ​ປະ​ດັບຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຣັດ​ເຊຍ

2019-05-24 15:34:29 cri
图片默认标题_fororder_pusjlsfhslfjlsfjle1

ພິ​ທີ​ປະ​ດັບຫຼຽນ​ໄຊ​ລະ​ດັບ​ຊາດ​ຂອງ​ຣັດ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ວັງ​ແກ​ຣມ​ແລັງ ນະ​ຄອນຫຼວງ​ມົ​ສ​ກູ. ທ່ານ​​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ໃຫ້​ກຽດ​ປະ​ດັບ​ຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ທ່ານຫຼີ​ຮຸ່ຍ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຣັດ​ເຊຍ​ໂດຍ​ມີເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ​ສະ​ມາ​ຊິກສະ​ພາພ້ອມ​ບຸກ​ຄົນ​ຜູ້​ມີ​ຊື່ສຽງ​ໃນ​ວົງ​ການ​ຕ່າງໆ ຂອງ​ຣັດ​ເຊຍ 100 ກວ່າ​ທ່ານ ​ເຂົ້າ​ຮ່ວມ. 


图片默认标题_fororder_pusjlsfhslfjlsfjle3

ຂ່າວ​ລາຍ​ງານ​ວ່າ:  ໃນມື້​ດຽວ​ກັນ, ມີ​ບຸກ​ຄົນ​ຣັດ​ເຊຍ​ແລະ​ບຸກ​ຄົນ​ສາ​ກົນ 38 ທ່ານ​ໄດ້​ຮັບຫຼຽນ​ກາ​ແລະຫຼຽນ​ໄຊ​ຣັດ​ເຊຍ​ປະ​ເພດ​ຕ່າງ​​ຕ່າງ. ໃນ​ນີ້ ຫຼຽນ​ໄຊ​ມິດ​ຕະ​ພາບ​ເປັນຫຼຽນ​ລະ​ດັບ​ຊາດ​ຂອງ​ຣັດ​ເຊຍ ມອບ​ໃຫ້​ແກ່​ສະ​ເພາະ​ບຸກ​ຄົນ​ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ໂດດ​ເດັ່ນ​ໃນ​ການ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ, ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຊາດ​ແລະ​ຊຸກ​ຍູ້​ສັນ​ຕິ​ພາບ​ຂອງ​ໂລກ​ແລະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິ​ດ​ຕະ​ພາບ​ລະ​ຫວ່າງ​ປະ​ເທດ. 

图片默认标题_fororder_pusjlsfhslfjlsfjle2

ຄຳ​ເຫັນ

0