吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຈົ້າ​ໜ້າ​ທີ່​ອົງການ​ ສປຊ ຮຽກຮ້ອງ​ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່ຕິດຕາມ​ສະພາບ​ການ​ດ້ານມະນຸດສະທຳ​ໃນ​ເຂດ​ກາຊາ

2019-05-24 16:45:05 cri

ວັນ​ທີ 23 ພຶດສະພາ​ນີ້, ທ່ານ​ປີ​ແອ ຄາ​​ເອນ​ໂບ ​ເຈົ້າ​ໜ້າ​ທີ່​ບັນ​ເທົາ​ທຸກ ​ແລະ​ເຣັດວຽກ​ເພື່ອ​ຊາວອົບ​ພະຍົບປະ​ເຜັດ​ສະຕິ​ນຕາ​ເວັນ​ອອກ​ໃກ້ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່ຕິດຕາມ​ສະພາບ​ການ​ດ້ານມະນຸດສະທຳ​ໃນ​ເຂດ​ກາຊາ ​ແລະ​​ໃຫ້ການ​ສະໜັບສະໜູນ​ທາງ​ການ​ເງິນ​​ແກ່​ເຂດ​ກາ​ຊາ.

ທ່ານ​ກ່າວ​ຕໍ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຈັດ​ຂຶ້ນ​ຢູ່​ເຂດ​ກາ​ຊາ​ວ່າ: ຊາວ​ອົບ​ພະຍົບປາ​ແລັດ​ສະຕິ​ນ​ຫຼາຍ​ກວ່າ 1,3 ລ້ານ​ຄົນ​ທີ່​ອາ​ໄສ​ຢູ່​ເຂດ​ກາ​ຊາ​ບໍ່​ພຽງ​ແຕ່ຂາດ​ອາຫານ ​ແລະ​ຊັບພະຍາກອນ​ນ້ຳ​ເທົ່າ​ນັ້ນ, ຍັງ​ຂາດ​ກຽດ​ສັກ​ສີ​ອັນ​ຄວນ ​ແລະ​ມີຊີວິດ​ການ​ເປັນ​ຢູ່ບໍ່​ປອດ​ໄພ. ການ​ຊ່ວຍ​ເຫຼືອ​​ຊາວ​ອົບ​ພະຍົບປະ​ແລັດ​ສະຕິນ​ບໍ່​ຄວນ​ຢຸດສະ​ງັກ, ອົງການ​ຕົນ​ຈະ​ເພີ່ມ​ທະວີການ​ພົວພັນ​ຢ່າງ​​ແໜ້ນ​ແຟ້ນກັບ​ບັນດາ​ຝ່າຍ​ທີ່​ສະໜອງການ​ຊ່ວຍ​ເຫຼືອ ​ເພື່ອ​ສືບ​ຕໍ່​ສະໜັບສະໜູນ​ຊາວ​ອົບ​ພະຍົບຢູ່​​ເຂດ​ກາ​ຊາ.

ທ່ານປີ​​ແອ​ຢືນຢັນ​ວ່າ: ອົງການ​ຕົນ​ຈະ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່ຕາມ​ການ​ມອບ​ໜາຍ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ຈະສະໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ຊາວ​ອົບ​ພະຍົບ​ປາ​ແລັດສະຕິນ​ຈົນກວ່າ​ບັນຫາ​ຊາວ​ອົບ​ພະຍົບປາ​ແລັດ​ສະຕິນຈະ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເປັນ​ທຳ.

ຄຳ​ເຫັນ

0