尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ​ສົ່ງສານ​ຊົມ​ເຊີຍ​ເຖິງນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ

2019-05-24 15:58:09 cri

ວັນ​ທີ 23 ພຶດ​ສະ​ພາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​​ສານ​ເຖິງທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ກໍ​ຄື​ພັກພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ທົ່ວ​ປະ​ເທດ​ທີ່​ນຳໂດຍ​ທ່ານ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ(ສະ​ພາ​ຕ່ຳ)​ຄັ້ງ​ທີ 17 ຂອງ​ອິນ​ເດຍ.
 

​ໃນ​ສານ​ຂອງທ່ານ ສີ​ຈິ້ນ​ຜິງ ​ຂຽນວ່າ: ຈີນ​ແລະ​ອິນ​ເດຍ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສຳ​ຄັນ​ຕໍ່​ກັນ,ລ້ວນ​ແຕ່​ເປັນ​ກຸ່ມ​ເສດ​ຖະ​ກິດ​ຈະ​ເລີນ​ໃໝ່​ແລະ​ເປັນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດໃນ​ໂລກ​ປັດ​ຈຸ​ບັນ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ສອງ​ຝ່າຍ, ໃນ​ຊຸມ​ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ປະ​ກົດ​ມີ​ທ່ວງ​ທ່າແຫ່ງ​ການ​ພັດ​ທະ​ນາ​ທີ່​ແຂງ​ແຮງ. ສອງ​ປະ​ເທດ​ໄດ້​ຮັກ​ສາ​ການ​ປະ​ສານ​ງານ​ແລະ​ການ​ຮ່ວມ​ມື​ທີ່​ດີ​ໃນ​ບັນ​ຫາ​ທີ່​ສຳ​ຄັນຕ່າງໆ​ເຊັ່ນ: ການ​ຊຸກ​ຍູ້ໂ​ລກ​ໃຫ້​ເປັນ​ຫຼາຍ​ຂົ້ວ,ເສດ​ຖະ​ກິດ​​ໂລ​ກາ​ພິ​ວັດ,ການ​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ບັນ​ຫາ​ອື່ນໆ.ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຍິນ​ດີ​ຮ່ວມ​ກັບ​ທ່ານ​ສຸມຄວາມ​ພະ​ຍາ​ຍາມ​​ໃນ​ການ​ກຳ​ນົດ​ທິດ​ທາງ​ແຫ່ງ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ໄປ​ໜ້າ​ເປັນ​ຢ່າງ​ດີ,ເພີ່​ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ,ເປີດກວ້າງ​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ການ​ພັດ​ທະ​ນາ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່ມີ​ຄວາມ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ​ນັ້ນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0