黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢາກ​ຂັດ​ຂວາງ​ຕະ​ຫຼາດກວ້າງ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ 1 ຕື້ 400 ລ້ານ​ຄົນ​ເປັນ​ຄວາມ​ຄິດ​ລະ​ເມີເພີ້​ຝັນ​​ເທົ່າ​ນັ້ນ!

2019-05-25 16:13:01 cri

ຫວ່າງ​ມໍ່ໆ​ມາ​ນີ້, ​”, ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ຫຼາຍ​ແຫ່ງໄດ້ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່ຂ່າວ​ລື​ກ່ຽວ​ກັບ​ການ “ຢຸດ​ຕິ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດຫົວ​ເຫວີຍ​”, ໂດຍກ່າວ​ວ່າ​ບໍ​ລິ​ສັດ​ຕົນ​ບໍ່​ໄດ້​ຢຸດ​ຕິ​ການ​ສະ​ໜອງ​ເຄື່ອງ​ອາ​ໄຫຼ່​ແລະ​ກາ​ນ​ຮ່ວມ​ມື​ອື່ນໆກັບ​ບໍ​ລິ​ສັດ​ຫົວ​ເຫວີຍ​ຍ້ອນ​ຄ່ຳ​ສັ່ງ​ຫ້າມຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄ່ຳ​ສັ່ງ​ຂອງ​ອາ​ເມ​ຣິ​ກາ​ທີ່​ຫ້າມ​ຂາຍ​ສິນ​ຄ້າ​ໃຫ້​ບໍ​ລິ​ສັດ​ຫົວ​ເຫວີຍ, ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ແຫ່ງຕ່າງໆ​ລວມ​ທັງ​ວິ​ສ​າ​ຫະ​ກິດ​ອາ​ເມ​ຣິ​ກາ​ເອງ, ແລະ​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ໂລກ. ​ຂະ​ນະ​ທີ່ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບາງ​ຄົນ​ເຈ​ຕະ​ນາ​ຂັດ​ຂວາງ​​ຕະ​ຫຼາດ​ຈີນ​ທີ່​ມີ​ປະ​ຊາ​ກອນ​ 1 ຕື້ 400 ລ້ານ​ຄົນ​ນັ້ນ, ແຮ່ງ​ເປັນ​ຄວາມ​ຄິດ​ລະ​ເມີ​ເພີ້​ຝັນ​​ເທົ່າ​ນັ້ນ.

ວິ​ສາ​ຫະ​ກິດ​ປະ​ເທດຕ່າງໆ​​ລວມ​ທັງ​ບໍ​ລິ​ສັດ Panasonic, ​ແລະບໍ​ລິ​ສັດ Toshiba ຂອງ​ຍີ່​ປຸ່ນ, ບໍ​ລິ​ສັດ Infineon ຂອງ​ເຢຍ​ລະ​ມັນ, ​ແລະ​ບໍ​ລິ​ສັດ​ໂທ​ລະ​ຄົມ​ອັງ​ກິດ EE, ລ້ວນ​ແຕ່​ໄດ້​ອອກ​ຖະ​ແຫຼງ​ການ​ຢ່າງວ່ອງ​ໄວ​ເພື່ອ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ຂ່າວ​ລື​ກ່ຽວ​ກັບ​ການ​ຢຸດ​ຕິ​ການ​ສະ​ໜອງ​ເຄື່ອງ​ອາ​ໄຫຼ່​ໃຫ້​ແກ່​ບໍ​ລິ​ສັດ​ຫົວ​ເຫວີຍ.

ເພື່ອ​​ຂັດ​ຂວາງ​​ຕະ​ຫຼາດ​ຈີນ, ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ຈາກ​ສອ​ງດ້ານ​ຄື: ໜຶ່ງ, ​ຂຶ້ນ​ພາ​ສີ, ກໍ່​ສົງ​ຄາມ​ການ​ຄ້າ; ສອງ, ​ໃສ່​ຮ້າຍ​ປ້າຍ​ສີ, ກໍ່​ສົງ​ຄາມ​ຫາງ​ສຽງ. ແຕ່​ວ່າ, ອາ​ເມ​ຣິ​ກາ​ແຮ່ງ​ເຮັດ​ແບບ​ນີ້, ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ແລະ​ການ​ລົງ​ທຶນ​​ຈາກ​ຕ່າງ​ປະ​ເທດຂອງ​ຈີນ​ແ​ຮ່ງ​ດີກວ່າ​ເກົ່າ. ໃນ 4 ເດືອນ​ຕົ້ນ​ປີ​ນີ້, ​ຈີນ​ດຶງ​ດູດທຶນ​ຕ່າງ​ປະ​ເທດ​ໃນ​ຕົວ​ຈິງ​​ໄດ້​ເພີ່ມ​ຂຶ້ນ 6,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 6,4%, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​​ໄດ້​ເພີ່ມ​ຂຶ້ນ 4,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 4,3%, ໂດຍ​ສະ​ເພາະ​ຈັງ​ຫວະ​ການເຕີບ​ໂຕ​ຂອງ​ມູນ​ຄ່າ​ກາ​ນ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ເພີ່ມ​ຂຶ້ນ 9,1%, ສູງກວ່າ​ຈັງ​ຫວະ​ການເຕີບ​ໂຕ​​ທາງການ​ຄ້າ​ລວມ​ຂອງ​ຈີນ​4,8%. ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2 ໄດ້​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ 100 ກວ່າ​ສະ​ບັບ, ​ມູນ​ຄ່າ​ການ​ໃນ​ສັນ​ຍາ​ຮ່ວມ​ມື​ຫຼາຍກວ່າ 64 ຕື້​ໂດ​ລາ​ສະ​ຫະ​ລັດ. ການ​ເຂົ້າ​ເຖິງ​ຕະ​ຫຼາດ​ສາ​ກົນ​ຂອງ​ຈີນ​ໄດ້​ຫັນ​ເປັນ​ຫຼາຍ​ເຄົ້າ, ໄດ້​ເພີ່ມ​ຄວາມ​ສາ​ມາດ​ຕ້ານ​ຄວາມ​ສ່ຽງ​ໃຫ້ເສດ​ຖະ​ກິດ​ຈີນ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ. ​​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​​ທົ່ວ​ໂລກ​ທີ່​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ຄວາມ​ຕ້ອງເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ​ແລະ​ກົດ​ເກນ​ເສດ​ຖະ​ກິດ​ຕະ​ຫຼາດ, ​ອາ​ເມ​ຣິ​ກາ​​ຢາກຕັດ​ຂາດ​​ແຕ່​ຈະ​ຕັດ​ບໍ່​ຂ​າດ​ຢ່າງ​ແນ່ນອນ.

ຕະ​ຫຼາດ​ຈີນ​ທີ່​ມີ​ປະ​ຊາ​ກອນ 1 ຕື້ 400 ລ້ານ​ຄົນ​ແມ່ນ​ນັກ​ທຸ​ລະ​ກິດ​ໃດໆ​ທີ່​ມີ​ສະ​ຕິນັ້ນ​ຈະ​ຖື​ເບົາບໍ່​ໄດ້​ຢ່າງ​ເດັດ​ຂາດ. ກົງ​ກັນ​ຂ້າມ, ອາ​ເມ​ຣິ​ກາ​ໄດ້​ອາ​ໄສ​ຕະ​ຫຼາດ​ສາ​ກົນ​​ໃນ​ລະ​ດັບ​ສູງ. ຜູ້​ຊ່ຽວ​ຊານ​ຂອງ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ​ຫຼື IMF ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງາ​ນ​ໃນ​ວັນ​ທີ 23 ພຶດ​ສະ​ພາ​ນີ້​ວ່າ, ຕົ້ນ​ທຶນ​ທີ່​ເພີ່ມ​ຂຶ້ນ​ຍ້ອນ​ອາ​ເມ​ຣິ​ກາ​ຂຶ້ນ​ພາ​ສີ​ນັ້ນ​ເກືອບ​ແມ່ນ​ນັກ​ທຸ​ລະ​ກິດ​ນຳ​ເຂົ້າ​ແລະ​ຜູ້​ບໍ​ລິ​ໂພກ​ອາ​ເມ​ຣິ​ກາ​ເປັນ​ຜູ້ແບກ​ຫາບ​ທັງ​ໝົດ. ​ບາງ​ທີ​ຄວນ​ຖາມ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ທີ່​ເສຍ​​ສະ​ຕິ​ເຫຼົ່າ​ນັ້ນວ່າ: ພວກ​ເຈົ້າ​ສາ​ມາດ​ສະ​ໜອງ​ຕະ​ຫຼາດ​ກວ້າງໃຫຍ່​ທີ່​ມີ​ປະ​ຊາ​ກອນ 1 ຕື້ 400 ລ້ານ​ຄົນ​ໃຫ້​ແກ່​ຊາວ​​ສວນປູກ​ຖົ່ວ​ເຫຼືອງ, ​ບໍ​ລິ​ສັດຜະ​ລິດ​ເຮືອ​ບິນ, ແລະ​ບໍ​ລິ​ສັດ​ຜະ​ລິດຊິບ​​ຂອງ​ອາ​ເມ​ຣິ​ກາ​ນັ້ນໄດ້​ບໍ່?

ບໍ່​ວ່າ​ອາ​ເມ​ຣິ​ກາ​ຈະ​ຂັດ​ຂວາງ​ຈີນ​ເປັນ​ແນວ​ໃດ​ກໍ​ຕາມ, ຈີນ​ຈະ​ຍຶດ​ໝັ້ນ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ແລະ​ຈະ​ເປີດ​ປະ​ຕູ​​ຕໍ່​ທົ່ວ​ໂລກ​ໂດຍ​ຕະ​ຫຼອດ, ສືບ​ຕໍ່​ກາຍ​ເປັນປະ​ເທດ​ທີ່​ສາ​ມາດ​ດຶງ​ດູດການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ແລະ​ເປັນ​ແດນ​ສະ​ຫວັນ​ການ​ຄ້າ​ໂລກຕະ​ຫຼອດ​ໄປ.

ຄຳ​ເຫັນ

0