覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົບ​ປະ​ກັນ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ທ່ານ​ປູ​ຕິນ

2019-06-04 15:39:02 cri

ວັນ​ທີ 5 ພຶດ​ສະ​ພາ​ນີ້,  ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຣັດ​ເຊຍ​ທາງ​ລັດ​ຖະ​ກິດ​ເປັນ​ຄັ້ງ​ທຳ​ອິດຫຼັງ​ຈາກ​ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ​ອີກ​ສະ​ໄໝ​ໜຶ່ງ, ການ​ພົບ​ປະ​ກັນ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ ກັບ​ທ່ານ​ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ ເຊິ່ງ​ເວ​ລາ​ການ​ພົບ​ປະ​ໃກ້​ຈະ​ມາ​ເຖິງແລ້ວ.
 

ທ່ານ​ສີ​ຈິ້ນ​ຜິງ ໄດ້​​ສະ​ແດງ​ຄວາມ​ຮູ້​ສຶກ​ຕໍ່ການ​ພົວ​ພັນ​ແບບ​ສ່ວນ​ຕົວ​ລະ​ຫວ່າງ​ຕົນ​ກັບ​ທ່ານ​ປູ​ຕິນ​ດ້ວຍ​ຄຳ​ວ່າ “ນິດ​ໄສ​ເຂົ້າກັນ​ໄດ້”, “ເພື່ອນ​ມິດ​ທີ່​ຮູ້​ໃຈ​ກັນ”. ສ່ວນ​ທ່ານ​ປູ​ຕິນ​ໄດ້​ເອີ້ນທ່ານ​ສີ​ຈິ້ນ​ຜິງ​ເປັນ “ເພື່ອນມິດ​ທີ່​ດີ”, “ຄູ່​ຮ່ວມ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ”.
 

ໃນ​ໄລ​ຍະ 6 ປີ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ປູ​ຕິນ​ໄດ້​ພົບ​ປະ​ກັນ​ເຖິງ 28 ເທື່ອ. ການ​ແລກ​ປ່ຽນ​ພົບ​ປະ​ກັນ​ຢ່າງ​ເນື່ອງ​ນິດ​ລຽນ​ຕິດ​ແບບນີ້ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ມີ​ລະ​ດັບ​ສູງ​ແລະ​ມີ​ຄວາມ​ໝາຍ​ພິ​ເສດ​ເທົ່າ​ນັ້ນ ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຖື​ເປັນ​ບູ​ລິ​ມະ​ສິດ​ໃນ​ວາ​ລະ​ວຽກ​​ງານການ​ຕ່າງ​ປະ​ເທດ​ຂອງ​ໃຜ​ລາວ.
 

图片默认标题_fororder_chunfhlsjsljfjsife10

 

 “​ສິ່ງ​ທີ່​ເປັນທີ​ໜຶ່ງ” ທີ່​ປະ​ຈັກ​ຕາ​ຊາວ​ໂລກ
 

ເດືອນ​ມີ​ນາ​ປີ 2013, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ປະ​ເທດ​ແຫ່ງ​ສ​ປ​ຈີນ​ແລ້ວ, ທ່ານວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ກາຍ​ເປັນ​ປະ​ມຸກ​ລັດ​ຕ່າງ​ປະ​ເທດຄົນ​ທຳ​ອິດ​ທີ່​ໄດ້​ສົນ​ທະ​ນາ​ກັບ​ທ່ານ​ສີ​ຈິ້ນ​ຜິງ​ທາງ​ໂທ​ລະ​ສັບ ແລະ​ຣັດ​ເຊຍ​ກໍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​​ຢ້ຽມ​ຢາມຫຼັງ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ. ທ່ານ​ສີ​ຈິ້ນ​ຜິງ​ຕີ​ລາ​ຄາ​​ສູງ​ຕໍ່ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ວ່າ​ເປັນ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ ແລ​ະ​ຍິ່ງ​ເປັນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ທີ່​ດີ​ທີ່​ສຸດ. ທ່ານ​ປູ​ຕິນ​ກໍ​ເຄີຍ​ໄດ້​ຕີ​ລາ​ຄາ​ວ່າ ຣັດ​ເຊຍ​ຕ້ອງ​ການ​ປະ​ເທດ​ຈີນ​ທີ່​ມີ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ແລະ​ມີ​ສະ​ຖຽນ​ລະ​ພາບ, ຈີນ​ກໍ​ຕ້ອງ​ການ​ຣັດ​ເຊຍ​ທີ່​ເຂັ້ມ​ແຂງ​ແລະ​ປະ​ສົບ​ຜົນ​ສຳ​ເລັດ.
 

图片默认标题_fororder_chunfhlsjsljfjsife2
 

ຊົມ​ເຊີຍ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ
 

ໃນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ທ່ານ​ສີ​ຈິ້ນ​ຜິງ​ກັບ​ທ່ານວະ​ລາ​ດີ​ເມຍ ປູ​ຕິນ ​ເປັນ​ເຫດ​ການ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ.
 

 ປີ​ໃໝ່ 2014 , ທ່ານ​ສີ​ຈິ້ນ​ຜິງ ໄດ້​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໂຊ​ຊີ ຣັດ​ເຊຍ​ເປັນ​ການ​ພິ​ເສດ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ປະ​ມຸກ​ລັດ​ຈີນ​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ລະ​ດັບ​ສາ​ກົນ​ທີ່​ຈັດ​ຂຶ້ນ​ຢູ່​ຕ່າງ​ປະ​ເທດ. ເມື່ອ​ທ່ານ​ສີ​ຈິ້​ນ​ຜິງ​ພົບ​ປະ​ກັບ​ທ່ານ​ປູ​ຕິນ, ທ່ານ​ເວົ້າ​ວ່າ: “ ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຈັດ​ງານ​ທີ່​ດີ, ຂ້າ​ພະ​ເຈົ້າ​ແນ່ນອນຕ້ອງ​ເດີນ​ທາງ​​ເປັນ​ພິ​ເສດ​ເພື່ອ​ ​ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ທ່ານ​ດ້ວຍ​ຕົນ​ເອງ. ” ເຊິ່ງ​ເຫດ​ການ​ນີ້​ໄດ້​ກາຍ​ເປັນ​ເຫດ​ການ​ທີ່​ຄົນ​ທັງຫຼາຍ​ໃຫ້​ການ​ຍ້ອງ​ຍໍ​ຊົມ​ເຊີຍ.

ຄຳ​ເຫັນ

0