黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ເຂົ້າຮ່ວມ​ກອງ​ປະຊຸມ​ມາດຕະການ​ປະສານ​ງານ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ອາຊີຄັ້ງທີ 5 ທັງ​ຢ້ຽມຢາມ​ຕັດ​ຊີ​ກີ​ສະຖານ​ທາງ​ລັດຖະກິດ

2019-06-15 11:50:35 CRI

图片默认标题_fororder_1124625879_15605367968981n

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ເຖິງ​ດູ​ຊັນ​ແບ​ດ້ວຍ​ເຮືອບິນ​ພິ​ເສດ​ໃນ​ວັນ​ທີ 14 ມິຖຸນາ​ນີ້ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ມາດ​ຕະການ​ປະສານ​ງານ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ອາຊີ​ຄັ້ງທີ 5 ທັງ​ຢ້ຽມຢາມ​ຕັດ​ຊີ​ກີ​ສະຖານ​ທາງ​ລັດຖະກິດ.

​ເວລາ 18:00 ​ໂມງຂອງ​ວັນ​ທີ 14 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ໄດ້ເດີນທາງເຖິງສະໜາມບິນສາກົນດູຊັນແບດ້ວຍເຮືອບິນພິເສດ ທ່ານ ​ເອ​ໂມ​ມາລີ ຣາມອນ ປະທານາທິບໍດີ​ຕັດ​ຊີ​ກີ​ສະຖານ​ໄດ້​ໄປ​ຕ້ອນຮັບ​ທ່ານ​ສີ​ຈິ້ນ​ຜິ​ງຢູ່​ສະໜາມ​ບິນ​ດັ່ງກ່າວ. ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ຈີນ​ແລະ​ຕັດ​ຊີ​ກີ​ສະຖານ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ຄູ່​ຮ່ວມ​ມື​ທີ່​ດີ ​ແລະ ​ເປັນ​ອ້າຍ​ນ້ອງ​ກັນ​ທີ່​ດີ ​ໃນ​ທຸກ​​ເຊັ່ນ​ຄົນ. ນັບ​ແຕ່​ສອງ​ປະ​ເທດ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຕະຫຼອດ​ໄລຍະ 27 ປີຜ່ານມາ, ການ​ພົວພັນ​ລະຫວ່າງ​ຈີນ-ຕັດ​ຊີ​ກີ​ສະຖານ​ໄດ້​ຮັກສາ​ການ​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ໝັ້ນທ່ຽງ. ປີ 2017, ຂ້າພະ​ເຈົ້າ​ແລະ​ທ່ານປະທານາທິບໍດີ​ຣາມອນ​ໄດ້​​ຮ່ວມກັນຕົກລົງສ້າງຕັ້ງສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ຕັດ​ຊີ​ກີ​ສະຖານ ​ເຊິ່ງ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​​ເຂົ້າສູ່​ໄລຍະ​ໃໝ່​ທີ່​ມີ​ການ​ພັດທະນາຢ່າງ​ວ່ອງ​ໄວ. ຂະນະ​ທີ່​ຂ້າພະ​ເຈົ້າ​ເດີນທາງ​ຢ້ຽມຢາມ​ຕັດ​ຊີ​ກີ​ສະຖານ​ເທື່ອ​ນີ້​ກໍ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຂຶ້ນສູ່​ລະດັບ​ສູງ​ກວ່າ​ເກົ່າ.

图片默认标题_fororder_1124625879_15605367969071n
 

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນວ່າ: ກອງ​ປະຊຸມ​ສຸດ​ຍອ​ດດູ​ຊັນ​ແບ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ພັດທະນາ​ການ​ປະສານ​ງານ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ອາຊີ​ໃນ​ອະນາຄົດ. ຝ່າຍ​ຕ່າງໆ​ຈະ​​ປຶກສາ​ຫາລື​ຮ່ວມ​ກັນກ່ຽວ​ກັບ​ແຜນການ​ພັດທະນາ​ການ​ປະສານ​ງານ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ອາຊີ, ກຳນົດ​ທິດ​ທາງ​ຈຸດສຸມ​ຂອງ​ການ​ຮ່ວມ​ມື. ຕັດ​ຊີ​ກີ​ສະຖານ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ ​ໄດ້​ກຽມ​ຄວາມ​ພ້ອມຢ່າງຫຼວງຫຼາຍ​ເພື່ອ​​ກອງ​ປະຊຸມ​ຄັ້ງນີ້. ​ເຊື່ອ​ວ່າ​ດ້ວຍ​ຄວາມ​ພະຍາຍາມ​ຂອງ​ບັນດາ​ຝ່າຍ, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ ​ແລະ ທຸ່ມ​ເທ​ພະລັງ​ຊີວິດ​ໃໝ່​ເພື່ອ​ການ​ພັດທະນາການ​ປະສານ​ງານ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ອາຊີ​ໃນ​ອະນາຄົດ.

ຄຳ​ເຫັນ

0