黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈິດ​ໃຈ​ພໍ່​ກັບ​ລູກ ຮັກ​ຫອມ​ຄອບ​ຄົວ​ແລະ​ປະ​ເທດ​ຊາດ

2019-06-16 17:59:23 cri

“ໄປ​ຫາ​ສີ​ຈົ້ງ​ຊຸ່ນ​ສາ.” ນີ້​ແມ່ນ​ຄຳ​ຕິດ​ປາກ​ຂອງ​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ໃນ​ເມື່ອ​ກ່ອນ, ຄຳ​ສັ້ນໆ, ແຕ່​ກໍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໜັກ​ຂອງ​ທ່ານ​ສີ​ຈົ້ງ​ຊຸ່ນ​ໃນ​ດວງໃຈ​ຂອງ​ປະ​ຊາ​ຊົນ.

ຈາກ​ທ່ານ​ສີ​ຈົ້ງ​ຊຸ່ນ​ຮອດ​ທ່ານ​ສີ​ຈິ້ນ​ຜິງ, ພໍ່​ກັບ​ລູກ​ມີ​ຄວາມ​ຮັກ​ແພງ​ທີ່​ອົບ​ອຸ່ນ ຈົນ​ກາຍ​ເປັນ​ຕົວ​ຢ່າງ​ທີ່​ຍິ່ງ​ໃຫຍ່. ຜູ້​ເປັນລູກ​ໄດ້​ສືບ​ທອດອຸ​ດົມ​ການ​ແຕ່​ຫົວ​ທີ​ທີ່ບໍ່​ປ່ຽນ​ແປງ​ຈາກ​ພໍ່ ໂດຍ​ໄດ້​ສະ​ແດງ​ອອກ​ໃນ​ກິ​ລິ​ຍາ​ວາ​ຈາ​ທີ່ເລັກໆ​ນ້ອຍໆ.

 

ທ່ານ​ສີ​ຈົ້ງ​ຊຸ່ນ​ເຄີຍ​ເວົ້າ​ວ່າ: “ປະ​ຊາ​ຊົນ​​ກໍ​ຄື​ປະ​ເທດ​ຊາດ, ປະ​ເທດ​ຊາດ​ກໍ​ຄື​ປະ​ຊາ​ຊົນ.”

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ອຸ​ດົມ​ການ​ແຕ່​ຫົວ​ທີ​ແລະ​ພາ​ລະ​ກຳ​ຂອງ​ຊາວ​ພັກ​ກອມ​ມູ​ນິດ​ຈີນ ແມ່ນ​ສະ​ແຫວງ​ຫາ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ, ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ປະ​ເທດ​ຊາດ​ຈີນ​ຄືນ​ໃໝ່.”
 

图片默认标题_fororder_晚年习仲勋

(ພາບ: ທ່ານ​ສີ​ຈົ້ງ​ຊຸ່ນ​​ຍາມ​ປັດ​ສິມ​ມະ​ໄວ)

 

ຊີ​ວະ​ປະ​ຫວັ​ດຂອງ​ທ່ານ​ສີ​ຈົ້ງ​ຊຸ່ນ​ໄດ້​ຜ່ານ​ຜ່າ​ອຸ​ປະ​ສັກ​ນາໆ​ປະ​ການ ແລະ​ສ້າງ​ຄຸນ​ງາມ​ຄວາມ​ດີ​ທີ່​ຍິ່ງ​ໃຫຍ່, ແຕ່ບໍ່​ວ່າ​ໃນສະ​ພາບ​​ທີ່​ດີຫຼື​ໃນ​ສະ​ພາບ​ທີ່​ລຳ​ບາກ, ທ່ານບໍ່​ເຄີຍ​ປ່ຽນ​ແປງຄວາມ​ເຊື່ອ​ຖື​ຕໍ່​ລັດ​ທິ​ມາກ, ບໍ່​ເຄີຍ​ປ່ຽນ​ແປງ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ພັກ​ແລະ​ປະ​ຊາ​ຊົນ ແລະບໍ່​ເຄີຍ​ປ່ຽນ​ແປງ​ຄວາມ​ເຊື່ອມ​ໝັ້ນ​ຕໍ່​ອົງ​ການ​ພັກ.
 

图片默认标题_fororder_2017年10月31日,在上海中共一大会址纪念馆,习近平带领其他中共中央政治局常委同志一起重温入党誓词。

(ພາບ: ວັນ​ທີ 31 ຕຸ​ລາ​ປີ 2017, ຢູ່​ຫໍ​ລະ​ລຶກ​ສະ​ຖານ​ທີ່​ຈັດ​ກອມ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຊ​ຽງ​ໄຮ, ທ່ານ​ສີ​ຈິ້ນ​ຜິງ​ນຳ​ພາ​ສະ​ຫາຍ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທ່ານ​ອື່ນໆກ່າວ​ຄຳ​ປະ​ຕິ​ຍານ​​ເຂົ້າ​ພັກ​ຄືນ​ໃໝ່)

ທ່ານ​ສີ​ຈົ້ງ​ຊຸ່ນ​ເຄີຍ​ເວົ້າ​ວ່າ: “​ຮັບ​ໃຊ້ປະ​ຊາ​ຊົນ ກໍ​ຄືຄວາມ​ກະ​ຕັນ​ຍູ​ຕໍ່​ພໍ່​ແມ່ທີ່​ສຸດ.”

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ບໍ່​ເຫັນ​ແກ່​ຕົວ​ເອງ ແລະ ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ.”
 

图片默认标题_fororder_1960年6月,习仲勋带领中央国家机关干部到北京郊区红星人民公社和社员一起收割小麦。

( ພາບ:ເດືອນ​ມິ​ຖຸ​ນາ​ປີ 1960, ທ່ານ​ສີ​ຈົ້ງ​ຊຸ່ນ​ນຳ​ພາ​ພະ​ນັກ​ງານ​​ອົງ​ການ​ຈັດ​ຕັ້ງ​ລັດໄປ​ເກັບ​ກ່ຽວ​ເຂົ້າ​ຢູ່​ຊານ​ເມືອງ​ປັກ​ກິ່ງ)

ບໍ່​ປະ​ລະ​ໂອ​ກາດ​ໃດໆ​ເພື່ອ​ຕິດ​ຕໍ່​ພົວ​ພັນ​ກັບ​ປະ​ຊາ​ຊົນ, ນີ້​ແມ່ນ​ແບບ​ແຜນ​ວິ​ທີ​ເຮັດ​ວຽກຂອງ​ຜູ້​ນຳ​ປະ​ຊາ​ຊົນ​ທີ່​ມາ​ຈາ​ກ​ປະ​ຊາ​ຊົນ​ທ່ານ​ນີ້.
 

图片默认标题_fororder_2019年4月15日,习近平在重庆考察调研。这是在石柱土家族自治县华溪村,习近平徒步前往农户家中,实地了解脱贫攻坚工作进展和解决“两不愁三保障”突出问题情况。

(ພາບ: ວັນ​ທີ 15 ​ເມ​ສາ​ປີ 2019, ທ່ານ​ສີ​ຈິ້ນ​ຜິງລົງ​ສຳຫຼວດ​​ວຽກ​ງານ​ຢູ່ນະ​ຄອນ​ຈຸ່ງ​​ກິ່ງ. ​ພາບ​ນີ້​ຄື​ຢູ່​ບ້ານ​ຫົວ​ຊີ່​​ເມືອງປົກ​ຄອງ​ຕົນ​ເອງ​ຊົນ​ເຜົ່າ​ຖູເຈ່ຍ​ສື​ຈູ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍ່າງ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຊາວ​ບ້ານ ເພື່ອ​ຮັບ​ຮູ້​ຄວາມ​ຄືບ​ໜ້າ​ຂອງວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ແກ້​ໄຂ​ບັນ​ຫາ “ສອງບໍ່​ຫ່ວງ​ສາມ​ຮັບ​ປະ​ກັນ” ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ)

 

ທ່ານ​ສີ​ຈິ້ນ​ຜີງ​ບໍ່​ໄດ້​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ຜິດ​ຫວັງ.

ຈາກນ້ຳ​ໃຈ​ແຫ່ງ “ຄວາມ​ປາດ​ຖະ​ໜາ​ຕໍ່​ຊີ​ວິດ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ກໍ​ຄື​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ພວກ​ເຮົາ” ຮອດຄຳ​ໝັ້ນ​ສັນ​ຍາ​ທີ່ “ຮັບ​ໃຊ້​ປະ​ຊາ​ຊົນ, ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ”, ​ແລະ​ຕະ​ຫຼອດ​ຮອດຄຳ​ໝັ້ນ​ສັນ​ຍາແຕ່​ຫົວ​ທີ​ທີ່ “ຂ້ອຍ​ເປັນ​ຄົນ​ຮັບ​ໃຊ້ປະ​ຊາ​ຊົນ”, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຂອງ​ຕົນ​ມາ​ໂດຍ​ຕະ​ຫຼອດ​ໂດຍ​ປິ່ນ​ອ້ອມ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ.
 

图片默认标题_fororder_习仲勋在广东积极探索国有企业改革的路子,支持并推广“清远经验”,扩大企业自主权,提高企业生产效率。图为习仲勋考察企业,了解企业生产和改革情况。

(ພາບ: ທ່ານ​ສີ​ຈົ້ງຊຸ່ນ​ໄປ​ສຳ​ຫຼວດ​ວິ​ສາ​ຫະ​ກິດ, ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ຜະ​ລິດ​ແລະ​ການ​ປະ​ຕິ​ຮູບ​ຂອງວິ​ສາ​ຫະ​ກິດ)

 

ຊື່​ຂອງ​ທ່ານສີ​ຈົ້ງ​ຊຸ່ນ​ໄດ້​ຕິດ​ແໜ້ນ​ກັບ​ພາ​ລະ​ກິດ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ແຂວງກວາ​ງ​ຕຸ້ງ. ທ່ານ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ກວາງ​ຕຸ້ງ​ເຂົ້າ​ຮ່ວມກະ​ແສ​ປະ​ຫວັດ​ສາດແຫ່ງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ປົດ​ປ່ອຍ​ແນວ​ຄິດ​ແລະ​ປ່ຽນ​ຄວາມ​ຄິດ​ທີ່​ຜິດ​ພາດ​ກັບ​ຄືນ​ທາງ​ຖືກ​ຕ້ອງ, ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​, ​ໄດ້​ສ້າງ​ຄຸນ​ງາມ​ຄວາມ​ດີ​ທີ່ບໍ່​​ສາ​ມາດ​ລືບໄດ້​​ໃນ​ຂະ​ບວນການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ແຂວງກວາງ​ຕຸ້ງ.
 

图片默认标题_fororder_2012年12月7日至11日,习近平在广东省考察工作。这是习近平在深圳莲花山公园向邓小平铜像敬献花篮。

(ພາບ: ວັນ​ທີ 7 ຫາ​ວັນ​ທີ 11 ທັນ​ວາ​ປີ 2012, ທ່ານ​ສີ​ຈິ້ນ​ຜິງ​ໄປ​ສຳ​ຫຼວດ​ວຽກ​ງານ​ຢູ່​ແຂວງກວາງ​ຕຸ້ງ. ​ແລະ​ວາງ​ກະ​ຕ່າ​ດອກ​ໄມ້​ຕໍ່​ຮູບ​ປັ້ນ​ຂອງ​ທ່ານ​ເຕີ້ງ​ສ້ຽວ​ຜີງ​ຢູ່​ສວນ​ສາ​ທາ​ລະ​ນະ​ຫຼຽນ​ຮ​ວາ​ຊ່ານ​ທີ່​ນະ​ຄອນ​ເຊີນ​ເຈີ້ນ)

 

ຫຼັງ​ຈາກກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18, ​​ທ່ານ​ສີ​ຈິ້ນ​ຜີງ​ລົງ​ສຳ​ຫຼວດ​ວຽກ​ງານ​ຢູ່​ທ້ອງ​ຖິ່ນ​ຄັ້ງ​ທຳ​ອິດ​ກໍ​ຄື​​ໄປແຂວງກວາງ​ຕຸ້ງ, ເດືອນ​ຕຸ​ລາ​ປີ 2018, ທ່ານ​ສີ​ຈິ້ນ​ຜີງ​ໄດ້​ເດີນ​ທາງ​​ເຖິງ​ແຂວງກວາງ​ຕຸ້ງ​ອີກ​ເທື່ອ​ໜຶ່ງ, ແລະ​ປະ​ກາດ​ຕໍ່​ທົ່ວ​ໂລກວ່າ: “​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຈະ​ບໍ່​ມີ​ວັນ​ຢຸດ​ເຊົາ​ຈົນ​ເທົ່າ​ໃດໆ.”
 

图片默认标题_fororder_1985年11月,习仲勋在江西农村调查研究,访贫问苦。

(ພາບ : ເດືອນ​ພະ​ຈິກ​ປີ 1985, ທ່ານ​ສີ​ຈົ້ງ​ຊຸ່ນ​​ໄດ້​ໄປ​ສຳ​ຫຼວດ​ຢູ່​ຊົນ​ນະ​ບົດ​ຂອງ​ແຂວງ​ຈ່ຽງ​ຊີ່, ​ແລະ​ໄດ້​ໄປຢ້ຽມ​ຢາມ​ຄອບ​ຄົວ​ທີ່​ທຸກ​ຍາກ)

 

ໃນ​ເວ​ລາ​ເວົ້າ​ເຖິງພໍ່​ຂອງ​ຕົນ, ລູກ​ຂອງ​​ທ່ານ​ສີ​ຈົ້ງ​​ຊຸ່ນຕ່າງ​ກໍ​ກ່າວ​ວ່າ: “ຕະ​ຫຼອດ​ຊີ​ວິດ​ຂອງ​ພໍ່​ຂ້ອຍ​ລ້ວນ​ແຕ່​ຍຶດ​ມັ້ນ​ສະ​ແຫວງ​ຫາ​ສັດ​ຈະ​ທຳ​ຈາກ​ຄວາມ​ຈິງ, ບໍ່​ເຄີຍ​​ກະ​ທຳ​ແບບ​ປິດ​ອຳ​ແຕ່​ຢ່າງ​ໃດ​ເລີຍ, ໂດຍ​ສະ​ເພາະ​ໃນ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ນັ້ນ, ທ່ານ​ບໍ່​ເຄີຍ​ທໍ້​ຖອຍ​ຈັກ​ເທື່ອ.”
 

图片默认标题_fororder_2019年4月15日下午,习近平在石柱土家族自治县中益乡华溪村同村民代表、基层干部、扶贫干部、乡村医生等围坐在一起,共话脱贫攻坚。

(ພາບ : ຕອນ​ບ່າຍ​ວັນ​ທີ 15 ເມ​ສາ​ປີ 2019, ທ່ານ​ສີ​ຈີ້ນ​ຜີງ​​ສົ​ນ​ທະ​ນາ​ກັບ​ຜູ້​ຕາງ​ໜ້າ​ຊາວ​ບ້ານ, ​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ, ເຈົ້າ​ໜ້າ​ທີ່​ລົບ​ລ້າງ​ຄວາມທຸກ​ຍາກ, ​ແພດ​ໝໍ​ຊົນ​ນະ​ບົດ​ແລະ​ອື່ນໆ​ຂອງ​ບ້ານ​ຫົວ​ຊີ​ຕາ​ແສງ​ຈົ່ງ​ຢີ້​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຖູ​ເຈ່ຍ​ເມືອງ​ສື​ຈູ້​ກ່ຽວ​ກັບ​ບັນ​ຫາ​ລົບ​ລ້າງຄວາມທຸກ​ຍາກ)

 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ອິດ​ທິ​ພົນ​ຈາກ​ພໍ່​​ຕັ້ງ​ແຕ່​ອາ​ຍຸ​ຍັງ​ນ້ອຍ. ທ່ານ​ສີ​ຈົ້ງ​ຊຸ່ນ​ເຄີຍ​ກ່າວ​ວ່າ: “ພວກ​ເຮົາ​ບໍ່​ພຽງ​ແຕ່​ຄວນ​ຮັບ​ຮູ້​ປະ​ເທດ​ຈີນ, ຍັງ​ຕ້ອງ​​ດັດ​ສ້າງປະ​ເທດ​ຈີນ, ເພື່ອ​ສ້າງ​ປະ​ເທດ​ຈີນ​ທີ່​ດີກວ່າ​ເກົ່າ​ແລະ​ສວຍ​ງາມກວ່າ​ເກົ່າ.” ປັດ​ຈຸ​ບັນ​ຄວາມ​ໄຝ່​ຝັນ​ຂອງ​ທ່ານ​ສີ​ຈົ້ງ​ຊຸນ​ພວມ​ບັນ​ລຸ​ຜົນ​ເປັນ​ຈິງ. ຢູ່​ເຂດ​​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ໄດ້​ມີ​ຕົວ​ເມືອງ​ປ່າ​ໄມ້​ລະ​ດັບ​ຊາດ​ທີ່​ເຕັມ​ໄປ​ດ້ວຍ​ພືດ​ສີ​ຂຽວ, ນ້ຳ​ໃສ​ສະ​ອາດ​ແລະ​ອາ​ກາດສົດ​ໃສ​ຫຼາຍ​ແຫ່ງ.
 

图片默认标题_fororder_浙江余村“绿水青山就是金山银山”碑

(ພາບ : ສີ​ລະ​ຈາ​ລຶກ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ຄຳ​ພູ​ເງິນ”ຢູ່​ບ້ານ​​ຢ​ວີ​ຊຸ່ນ​ແຂວງ​ເຈີ້​ຈ່ຽງ)

ໃນ​ປະ​ເທດ​ຈີນ​​ຊູ່​ມື້​ນີ້, ທັດ​ສະ​ນະ​ວິ​ທະ​ຍາ​ສາດ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ໄດ້​ເຂົ້າ​ສູ່​ຈິດ​ໃຈ​ສ່ວນ​ເລິກ​ຂອງ​​ປະ​ຊາ​ຊົນ, ການ​ສ້າງ​​ຄວາມ​ສີ​ວິ​ໄລ​ທາງ​ລະ​ບົບ​ນິ​ເວດ​ພວມ​ຄືບ​ໜ້າ​ຢ່າງ​ໜັກ​ແໜ້ນ, ​ອະ​ນາ​ຄົດ​ທີ່​ສວຍ​ງາມ​ຂອງ​ຈີນ​ພວມ​ປາ​ກົດ​ຂຶ້ນ​ເປັນ​ກວ້າໆ. ທ່ານ​ສີ​ຈິ້ນ​ຜີງ​ກໍ​ຄື​ຜູ້​ລິ​ເລີ່ມ​ທັດ​ສະ​ນະ​ດັ່ງ​ກ່າວ, ແລະ​ເປັນ​ຜູ້​ຊຸກ​ຍູ້​ຂອງ​ການ​ປ່ຽນ​ແປງ​ດັ່ງ​ກ່າວ.

图片默认标题_fororder_习近平与父亲习仲勋及家人的合影

(ພາບ : ຮູບ​ຖ່າຍ​ຮ່ວມ​ຂອງ​ທ່ານ​ສີ​ຈິ້ນ​ຜີງ​ແລະ​ທ່ານ​ສີ​ຈົ້ງ​ຊຸ່ນ​ພ້ອມ​ຄອບ​ຄົວ)

ຄົນ​ພໍ່​ໄດ້​​ສ້າງ​ແບບ​ຢ່າງ​ທີ່​​ຍິ່ງ​ໃຫຍ່, ​ແລະ​ສັ່ງສອນ​ໃຫ້​ພວ​ກ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ກາຍ​ເປັນ​ຄົນ​ທີ່​​ເປັນ​ປະ​ໂຫຍດ​ຕໍ່​ປະ​ຊາ​ຊົນ. ພວກ​ເຮົາ​ຄວນ​ສືບ​ທອດ​ອຸ​ດົມ​ການຂອງ​ຄົນ​ລຸ້ນ​ພໍ່, ແລະ​ຈະ​ຕ້ອນ​ຮັບ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ຊາດ​​ກໍ​ຄືຊົນ​ຊາດ​​ຕົນໃນ​ທີ່​ສຸດ.

ຄຳ​ເຫັນ

0