蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງພົບ​ປະ​​ກັບ​ທ່ານ​ກິມ​ເຈິງ​ອຸນ ເພື່ອ​ສົ່ງ​ເສີ​ມ​ມິດ​ຕະ​ພາບ ແລະ ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ

2019-06-21 10:46:48 CRI

图片默认标题_fororder_1124650984_15610504947181n

ວັນ​ທີ 20 ມິ​ຖຸ​ນາ​ນີ້, ຢູ່​ນະ​ຄອນຫຼວງ​ພຽງ​ຢາງ, ທ່າ​ນ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ ຈີນ ໄດ້​ພົບ​ປະ​​ກັບ​ທ່ານ​ກິມ​ເຈິງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ພັກ​ແຮງ​ງານ​ເກົາຫຼີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ສ​ປ​ປ ເກົາຫຼີ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ສະ​ຫາຍ​ປະ​ທານ 4 ຄັ້ງ. ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ປັບ​ປຸງ​ແລະ​ສືບ​ທອດ​ມູນ​ເຊື້ອ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ ສ​ປ​ປ ເກົາຫຼີ ແລະ ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ​ທາງ​ການ​ເມືອງ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ພວກ​ເຮົາ​ຍ່ອມ​ຈະ​ສາ​ມາດ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ແຫ່ງ​ການ​ພົວ​ພັນ​ຈີນ-ສ​ປ​ປ ເກົາຫຼີ​ທີ່​ດີ​ງາມ ແລະ ຮ່ວມ​ກັນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່ແຫ່ງ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ.

图片默认标题_fororder_1124650984_15610505261061n

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ສ​ປ​ປ ເກົາຫຼີ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່. ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ ສ​ປ​ປ ເກົາຫຼີ​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ກາ​ນ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ກິ​ລາ, ສື່ມວນ​ຊົນ, ຊາວ​ໜຸ່ມ, ທ້ອງ​ຖິ່ນ ແລະ ອື່ນໆ ເພື່ອ​ເພີ່ມ​ຄວາມ​ຜາ​ສຸກ​​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ.

图片默认标题_fororder_1124650984_15610505039181n

ທ່ານ​ກິມ​ເຈິງ​ອຸນ​ກ່າ​ວ​ວ່າ: ຂ້າ​ພະ​ເຈົ້າ​ຍິນ​ດີ​ຖື​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ເປັນ​ໂອ​ກາດ​ທີ່​ດີ ເພື່ອ​ຊຸກ​ຍູ້​ໃຫ້​ ສ​ປ​ປ ເກົາຫຼີ ແລະ ຈີນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ທາງ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ໄປ​ມາ​ຫາ​ສູ່​ບົນ​ຈິດ​ໃຈມິດ​ຕະ​ພາບ​ໃນ​ທຸກ​ຂົງ​ເຂດ ແລະ ຍົກ​ການ​ພົວ​ພັນ ສ​ປ​ປ ເກົາຫຼີ-ຈີນ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ສ​ປ​ປ ເກົາຫຼີ​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ຂະ​ບວນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ, ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽ​ນ​ແລະ​ປະ​ສານ​ງານ​ກັບ​ຈີນ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່ແຫຼມ​ເກົາຫຼີ.

图片默认标题_fororder_1124650984_15610505145021n

ຄຳ​ເຫັນ

0