徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ຫົວ​ເຫວີຍ​ສາ​ຂາ​ອາ​ເມ​ລິ​ກາ​ກ່າວ​ຟ້ອງ​ຕໍ່​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ

2019-06-23 17:04:51 cri

ຕາມ​ຂ່າວCRI:ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ບໍ​ລິ​ສັດ​​ຫົວ​ເຫວີຍ​ສາ​ຂາ​ອາ​ເມ​ເລິ​ກາ​ໄດ້​ກ່າວ​ຟ້ອງ​ຕໍ່​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​​ຕໍ່ສານທ້ອງ​ຖິ່ນ​ເຂດພິ​ເສດ​ວໍ​ຊິງ​ຕັນຂອງ​ອາ​ເມ​ລິ​ກາ​ດ້ວຍ​ຂໍ້​ຫາ​ທີ່​ວ່າ​ການ​ກະ​ທຳ​ຂອງ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ທີ່​ໄດ້ກັກ​ເອົາ​ອຸ​ປະ​ກອນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ​ແລະ​ບໍ່​ມີ​ການ​ຕັດ​ສິນ​ທີ່​ກ່ຽວ​ຂ້ອງ​​ເປັນ​ເວ​ລາ​ດົນ​ນານ​ນັ້ນ​ແມ່ນ “ຜິດ​ກົດ​ໝາຍ”.

 

ເອ​ກະ​ສານ​ການ​ກ່າວ​ຟ້ອງ​ຂຽນ​ວ່າ, ພາຍ​ຫຼັງ​ອຸ​ປະ​ກອນ​ຖືກ​ກັກ​ເອົາ​ແລ້ວ, ບໍ​ລິ​ສັດ​ຫົວ​ເຫວີຍ​ໄດ້​ຍື່ນ​ຂໍ້​ມູນ​ຂ່າວ​ສານ​ທີ່​ກ່ຽວ​ຂ້ອງ​ຕາມ​ຄວາມຮຽກ​ຮ້ອງ​ຕ້ອງ​ການ, ແລະ​ໄດ້​ຮັບ​ຄຳ​ຕອບ​ວ່າ​ຕາມ​ປົກ​ກະ​ຕິ​, ​ອົງ​ກອນ​ທີ່​ຂຶ້ນ​ກັບ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ຈະ​ທຳ​ການ​ຕັດ​ສິນ​ກ່ຽວ​ກັບ​​ອຸ​ປະ​ກອນເທົ່າ​ນັ້ນ​ຕ້ອງ​ການ​ໃບ​ອະ​ນຸ​ຍາດສົ່ງ​ອອກ​ຫຼື​ບໍ່​ພາຍ​ໃນ 45 ວັນ. ແຕ່​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ​ອຸ​ປະ​ກອນເຫຼົ່າ​ນີ້​ໄດ້​ຖືກ​ກັກ​ເອົາ​ເປັນ​ເວ​ລາ 20 ກວ່າ​ເດືອນ, ແຕ່​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ຍັງ​ບໍ່​ທັນ​ໄດ້​ທຳການ​ຕັດ​ສິນ​ເທື່ອ.

ຄຳ​ເຫັນ

0