郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ຈີນ​ຮ່ວມ​ມື​ກັນ​ພັດ​ທະ​ນາ​ຕະ​ຫຼາດ​ວັນ​ນະ​ຄະ​ດີ​​ອິນ​ເຕີເນັດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້

2019-06-23 16:45:00 cri

   ບໍ​ລິ​ສັດ​ໂທ​ລະ​ຄົມ​ສິງ​ກະ​ໂປ​ຈຳ​ກັດ​ປະ​ກາດ​ໃນ​ວັນ​ທີ 22 ມິ​ຖຸ​ນານີ້​ວ່າ​ຈະ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ກຸ່ມ​ເຢ​ວ້​ເວີນ​ຈີນ, ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ໃນ​​ວຽກ​ງານການ​ບໍ​ລິ​ການ​ແລະ​ເນື້ອ​ໃນ​ດ້ານ​ວັນ​ນະ​ຄະ​ດີ​​ອິນ​ເຕີເນັດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ເພື່ອ​ພ້ອມ​ກັນ​ບຸກ​ເບີກ​ຕະ​ຫຼາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

   ທ່ານ​ອາ​ເຊີ ລາງ ຜູ້​ອຳ​ນວຍ​ການ​ໃຫຍ່​ວຽກ​ງານ​ສາ​ກົນ​ຂອງ​ບໍ​ລິ​ສັດ​ໂທ​ລະ​ຄົມ​ສີງ​ກະ​ໂປ​ໄດ້​ໃຫ້​ສຳ​ພາດ​ໂດຍ​ກ່າວ​ວ່າ, ວັນ​ນະ​ຄະ​ດີ​​​ອິນ​ເຕີເນັດ​ຍັງ​ເປັນ​ເລື່ອງ​ໃໝ່​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ແຕ່​ທ່ານ​ເຫັ​ນ​ວ່າຕະ​ຫຼາດ​ວັດ​ທະ​ນະ​ທຳ​ແບບນີ້​ມີ​ອະ​ນາ​ຄົດ​ອັນ​ກວ້າງ​ຂວາງ​ຫຼາຍ.

   ໃນ​ກິດ​ຈະ​ກຳ​ທີ່​ຈັດ​ໃນມື້​ດຽວ​ກັນ ກຸ່ມ​ເຢ​ວ້​ເວີນ​ຍັງ​ໄດ້​ຈັດ​ງານ​ພົບ​ປະ​ກັນ​ລະ​ຫວ່າງ​ນັກ​​ປະ​ພັນ​ທີ່​ມີ​ຊື່​ສຽງ​ທາງ​​ອິນ​ເຕີ​ເນັດ​ຂອງ​ຈີນ​ກັບ​ຜູ້​ອ່ານ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ທ່ານນາງ​ເຢ້​ເຟີ່ຍ​ເຢ້ ນັກ​ປະ​ພັນທາງ​ເນັດ​ໃຫ້​ສຳ​ພາດ​ວ່າ, ຜູ້​ອ່ານ​ຕ່າງ​ປະ​ເທດ​ໄດ້​ກາຍ​ເປັນກຸ່ມ​ຄົນ​ອ່ານ​ທີ່​ສຳ​ຄັນ​ຂອ​ງ​ນັກ​ປະ​ພັນ​ທາງ​​ອິນ​ເຕີ​ເນັດ​ຈີນ​ຍ້ອນ​ບົດ​ປະ​ພັນ​ຖືກ​ແປ​ແລະ​ແນະ​ນຳ​ໄປ​ຮອດ​ຕ່າງ​ປະ​ເທດ, ນາງ​ເຫັນ​ວ່າ, ​ການ​ເດີ​ນ​ໄປ​ສູ່​ຕ່າງ​ປະ​ເທດ ເປັນ​ເສັ້ນ​ທາງ​ທີ່​ແນ່ນອນ​ໃນ​ການ​ພັດ​ທະ​ນາ​ວັນ​ນະ​ຄະ​ດີ​ທາງ​​ອິນ​ເຕີ​ເນັດ​ຂອງ​ຈີນ.

ຄຳ​ເຫັນ

0