黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້ອຳນວຍການ​ໃຫຍ່​ອົງການ​ FAO

2019-06-24 14:28:28 CRI

ຕອນ​ບ່າຍ​ວັນ​ທີ 23 ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ໃນ​ກອງ​ປະຊຸມ​ຄັ້ງທີ 41 ຂອງ​ອົງການ​ອາຫານ​ແລະ​ການ​ກະ​ເສດ​ໂລກ ຫຼື FAO ຂອງ​ອົງການ​ສະຫະ​ປະຊາ​ຊາດທີ່ຈັດ​ຂຶ້ນຢູ່​ນະຄອນຫຼວງ​ໂຣມ ປະ​ເທດ​ອີ​ຕາ​ລີ, ທ່ານ​ຊວີ່ຕົ່ງ​ຢວີ້ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ​ແລະ​ຊົນນະບົດຈີນ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງຮອບ​ທຳ​ອິດ ​ແລະ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້ອຳນວຍການ​ໃຫຍ່​ຊຸດ​ທີ 9 ຂອງ​ອົງການ​ FAO ​ແລະ ກໍ​ເປັນຄົນ​ຈີນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້ອຳນວຍການ​ໃຫຍ່ຂອງອົງການ​ດັ່ງກ່າວ​ໃນ​ປະຫວັດສາດ.

ກອງ​ປ​ະຊຸມ​ອົງການ​ FAO ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງທີ 41 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ໂຣມປະ​ເທດ​ອີ​ຕາ​ລີ​ແຕ່​ວັນ​ທີ 22-29 ມິຖຸນາ​ນີ້​. ໃນ​ກອງ​ປະຊຸມ​ດັ່ງກ່າວ, ໜຶ່ງ​ໃນວາລະ​ປະຊຸມທີ່​ສຳຄັນ​ແມ່ນ​ບັນດາ​ປະ​ເທດ​ສະມາຊິກ​ລົງ​ຄະ​ແນນ​ສຽງ​​ແບບປິດ​ລັບ​ເພື່ອ​ເລືອກ​ຕັ້ງຜູ້ອຳນວຍການ​ໃຫຍ່​ຊຸດ​ໃໝ່. ຕອນ​ບ່າຍ​ວັນ​ທີ 23 ມິຖຸນາ​ນີ້, ​ເມື່ອ​ໄດ້​ລົງ​ຄະ​ແນນ​ສຽງ​ແລະ​ນັບ​ຄະ​ແນນ​ເປັນ​ເວລາ 3 ຊົ່ວ​ໂມງ​ປາຍ ​ໃນ​ທີ່​ສຸດ,​ ທ່ານ​ເອນ​ໂຊ ​ເບ​ເນສ ປະທານ​ກອງ​ປະຊຸມ​ໄດ້​ປະກາດ​ວ່າ: ທ່ານ​ຊວີ່ຕົ່ງ​ຢວີ້ ຜູ້​​ສະໝັກ​ຮັບ​ເລືອກ​ຕັ້ງສັນຊາດ​ຈີນ​ໄດ້​ຮັບ​ຄະ​ແນນ​ສຽງ 108 ສຽງ ​ໃນ​ຈຳນວນ 191 ສຽງ, ລື່ນ​ກາຍ​ເຄິ່ງໜຶ່ງ ​ແລະ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ໃນ​ຮອບ​ທຳ​ອິດ ​ແລະ ກາຍ​ເປັນ​ຜູ້ອຳນວຍການ​ໃຫຍ່​ອົງການ​ອາຫານ​ແລະ​ການ​ກະ​ເສດ​ໂລກ ຫຼື FAO ຂອງ​ອົງການ​ສະຫະ​ປະຊາ​ຊາດ.

ຄຳ​ເຫັນ

0