莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ຊຽນ​ເຫັນ​ດີ​ຮ່ວມ​ກັນ​ຮ້ອງ​ຂໍ​ຈັດ​ງານ​ບານ​ເຕະ​ໂລກ​ປີ 2034

2019-06-24 16:28:40 cri

ຕາມ​ຂ່າວ​ສານ​ຈີນ: ວັນ​ທີ 23 ມິ​ຖຸ​ນານີ້, ທ່ານ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ ​ເຊິ່ງ​ເປັນ​ປະ​ທານປະ​ເທດ​​ໝູນ​ວຽນອາ​ຊຽນ​ກ່າວ​ວ່າ: ຜູ້​ນຳ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເຫັນ​ດີ​ຮ່ວມ​ກັນ​ຮ້ອງ​ຂໍ​ຈັດ​ງານ​ແຂ່ງ​ຂັນ​ບານ​ເຕະ​ໂລກ​ປີ 2034.
 

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 34 ​ໄດ້​ຈັດ​ຂຶ້ນ​ຢູ່​ບາງກອກ​ເປັນ​ເວ​ລາ​ສອງ​ວັນ​ໄດ້​ປິດ​ລົງ​ໃນ​ວັນ​ທີ 23 ມິ​ຖຸ​ນານີ້, ທ່ານ​ ປ​ຣະ​ຍຸດ ຈັນ​ໂອ​ຊາ ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່​ງ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ກອງ​ປະ​ຊຸມ​ສຸດຍອດ​ວ່າ, ຜູ້​ນຳ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ເຫັນ​ດີ​ຮ່ວມ​ກັນ​ຮ້ອງ​ຂໍ​ຈັດ​ງານ​ແຂ່ງ​ຂັນ​ບານ​ເຕະ​ໂລກ​ປີ 2034, ຫວັງ​ວ່າ ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​​ຈະສະ​ໜັບ​ສະ​ໜູນ​ສະ​ມາ​ຄົມ​ບານ​ເຕະ​ແຫ່ງ​ຊາດ​​ຕົນ, ເພື່ອ​ບັນ​ລຸ​ຄວາມ​ໄຝ່ຝັນ​ດັ່ງ​ກ່າວ.

ຄຳ​ເຫັນ

0